Homeຂ່າວພາຍ​ໃນຕົວແທນແຂວງຜົ້ງສາລີ ຊະນະເລີດ Mister Universe Laos ແລະ Miss Universe Laos 2023

ຕົວແທນແຂວງຜົ້ງສາລີ ຊະນະເລີດ Mister Universe Laos ແລະ Miss Universe Laos 2023

Published on

ຈົບກັນໄປແລ້ວ ກັບເວທີປະກວດ Mister Universe Laos ແລະ Miss Universe Laos ປະຈຳປີ 2023 ເຊິ່ງທັງ 2 ເວທີ ໄດ້ຜູ້ຊະນະເລີດທີ່ເປັນຕົວແທນແຂວງຜົ້ງສາລີ.

ທັ້ງນີ້ Mister Universe Laos ຜູ້ຊະນະເລີດໄດ້ແກ່ ອາຊີ ເຮີ ຕົວແທນຈາກແຂວງຜົ້ງສາລີ ເຊິ່ງເປັນການປະກວດ Mister Universe ຄັ້ງທຳອິດໃນປະເທດລາວ ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດ ກໍໄດ້ຮັບການຕອບຮັບດີຈາກສື່ມວນຊົນ.

ແລະ ຫຼ້າສຸດໃນຄ່ຳຄືນຂອງວັນທີ 23 ກໍລະກົດ ທີ່ຜ່ານມາ Miss Universe Laos 2023 ໄດ້ແກ່ ໄພມະນີ ລາດສະບັນເທົາ ຫຼື ປາເປົ້າ ຕົວແທນສາວງາມນຳສະເໜີແຂວງຜົ້ງສາລີ ທີ່ຈະໄດ້ເປັນຕົວແທນໃນການປະກວດ Miss Universe ໃນເວທີສາກົນ ທີ່ຈະຈັດຂຶ້ນ ໃນປະເທດແອນຊາວາດໍ (El Salvador).

ຢ່າງໃດກໍຕາມ ວັນເວລາໃນການປະກວດຂອງເວລາທີສາກົນຍັງບໍ່ຮູ້ໄດ້ຢ່າງຊັດເຈນ ແຕ່ເຮົາຈະລໍຖ້າຕິດຕາມນຳກັນວ່າ Miss Universe Laos 2023 ຈະສາມາດພິສິດເວທີລະດັບສາກົນໄດ້ບໍ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...