spot_img
Homeຂ່າວພາຍ​ໃນວຽດນາມ ກຽມນໍາເຂົ້າຖ່ານຫີນຈໍານວນ 20 ລ້ານໂຕນຈາກລາວ

ວຽດນາມ ກຽມນໍາເຂົ້າຖ່ານຫີນຈໍານວນ 20 ລ້ານໂຕນຈາກລາວ

Published on

ສສ ຫວຽດນາມ ກຽມນໍາເຂົ້າຖ່ານຫີນຈໍານວນ 20 ລ້ານໂຕນ ໃນແຕ່ລະປີ ຈາກ ສປປ ລາວ ໃນໄລຍະເວລາ 5 ປີ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ສະພາບການພາຍໃນປະເທດຂອງຫວຽດນາມ ພ້ອມທັງຊຸກຍູ້ການສົ່ງອອກຖ່ານຫີນ ຂອງ ສປປ ລາວ.

ອີງຕາມການລາຍງານຂອງແຫຼ່ງຂ່າວ ທີ່ ສສ ຫວຽດນາມ ໃນວັນທີ 20 ກໍລະກົດ ທີ່ຜ່ານມານີ້ ທາງກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ສປປ ລາວ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ທີ່ລົງນາມໂດຍທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Nguyen Hong Dien ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ກ່ຽວກັບການທີ່ ສສ ຫວຽດນາມ ຈະນໍາເຂົ້າຖ່ານຫີນປີລະ 20 ລ້ານໂຕນ ເປັນໄລຍະເວລາ 5 ປີ.

ການຮ່ວມມືຄັ້ງນີ້ເກີດຂຶ້ນທ່າມກາງຄວາມຄາດຫວັງ ທີ່ຈະສ້າງຄວາມສະດວກ ແລະ ເງື່ອນໄຂໃຫ້ແກ່ການຫັນປ່ຽນດ້ານພະລັງງານ ແລະ ຮັບປະກັນຄວາມຫມັ້ນຄົງດ້ານພະລັງງານຂອງ ຫວຽດນາມ, ພ້ອມທັງເປັນການໜູນຊ່ວຍລາວໃນການຂຸດຄົ້ນ ແລະ ຊຸກຍູ້ທ່າແຮງບົ່ມຊ້ອນຂອງຂະແໜງຖ່ານຫີນ.

ໃນຊຸມປີທີ່ຜ່ານມາ ລາວແມ່ນຜູ້ສະໜອງຖ່ານຫີນ ແລະ ແຮ່ທາດທີ່ສໍາຄັນໃຫ້ແກ່ຫວຽດນາມ ໂດຍໃນປີ 2022 ທີ່ຜ່ານມາ ຫວຽດນາມໄດ້ນໍາເຂົ້າແຮ່ທາດຈາກ ສປປ ລາວ ຈໍານວນ 1,8 ລ້ານໂຕນ ເປັນມູນຄ່າ 78,2 ລ້ານ ແລະ ໃນ 6 ເດືອນຕົ້ນປີ 2023 ນີ້ ສສ ຫວຽດນາມໄດ້ມີການນໍາເຂົ້າຖ່ານຫີນຈາກ ສປປ ລາວ ໄປແລ້ວ ກວ່າ 900.000 ໂຕນ ມູນຄ່າ 31,6 ລ້ານໂດລາ.

ນອກຈາກນີ້ ການເຊັນສັນຍາຄັ້ງດັ່ງກ່າວຍັງເກີດຂຶ້ນ ພາຍຫຼັງອົງການຈັດຕັ້ງ ແຂວງ Quang Tri ໃນພາກກາງຂອງ ສສ ຫວຽດນາມ ໄດ້ສະເຫນີສ້າງສາຍພານລໍາລຽງຄວາມຍາວ 160 ກິໂລແມັດ ທີ່ຈະສາມາດຂົນສົ່ງຖ່ານຫີນໄດ້ສູງເຖິງ 1.500 ໂຕນຕໍ່ຊົ່ວໂມງ ເພື່ອອໍານວຍຄວາມສະດວກໃນການຂົນສົ່ງຖ່ານຫີນ ຈາກແຂວງ ເຊກອງ ແລະ ສາລະວັນ ຂອງ ສປປ ລາວ ມາສູ່ທ່າເຮືອ My Thuy ເຊິ່ງເປັນທ່າເຮືອທີ່ສໍາຄັນໃນປະເທດຫວຽດນາມ.

ສປປ ລາວ ແລະ ສສ ຫວຽດນາມ ເປັນສອງປະເທດທີ່ມີການຮ່ວມມືກັນຫຼາຍດ້ານໂດຍສະເພາະໃນຂົງເຂດດ້ານພະລັງງານ ເຊັ່ນໂຄງການໄຟຟ້ານໍ້າຕົກ ແລະ ເມື່ອບໍ່ດົນມານີ້ກໍໄດ້ມີການ ລົງນາມບົດບັນທຶກກ່ຽວກັບການຈັດຕັ້ງພັດທະນາໂຄງການໂຮງໄຟຟ້າພະລັງງານລົມ ທີ່ມີມູນຄ່າກວ່າ 2.000 ລ້ານໂດລາ ຢູ່ແຂວງສະຫວັນນະເຂດ.

ແຫຼ່ງຂ່າວ ວຽງຈັນທາຍ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...