Homeຂ່າວພາຍ​ໃນຂະບວນລົດໄຟ ນະຄອນຫຼວງວຽງຈັນ-ຄຸນໝິງ ແມ່ນໄວຂຶ້ນ 1 ຊົ່ວໂມງ

ຂະບວນລົດໄຟ ນະຄອນຫຼວງວຽງຈັນ-ຄຸນໝິງ ແມ່ນໄວຂຶ້ນ 1 ຊົ່ວໂມງ

Published on

Laos – China Railway Company Limited ໄດ້ລາຍງານໃນວັນທີ 23 ກໍລະກົດ 2023 ນີ້ວ່າ: ນັບແຕ່ໄດ້ເປີດຂະບວນລົດໄຟຂ້າມແດນໃນວັນທີ 13 ເມສາ ປີນີ້, ພວກເຮົາໄດ້ຮັດແໜ້ນສາຍພົວພັນກັບກົມພາສີ ແລະ ໜ່ວຍງານ ຕມ, ໄດ້ປັບປຸງຂະບວນການກວດກາຄົນເຂົ້າ-ອອກເມືອງ ໃຫ້ມີຄວາມວ່ອງໄວຂຶ້ນ ເພື່ອ​ຍົກ​ສູງ​ປະສິດທິພາບ​ການ​ຂົ່ນສົ່ງ​​ ແລະ​ ອຳນວຍຄວາມ​ສະດວກ​ໃນ​ການ​ເດີນທາງ​ໃຫ້ແກ່​ຜູ້​ໂດຍສານຂ້າມແດນ.

ເຊິ່ງນັບແຕ່ວັນທີ 25 ກໍລະກົດ ເປັນຕົ້ນໄປ, ຫາກເດີນທາງຈາກສະຖານີນະຄອນຫຼວງວຽງຈັນ ສປປ ລາວ ຫາ ສະຖານີຄຸນໝິງໃຕ້ ສປ ຈີນ ຈາກທີ່ແຕ່ກ່ອນຮອດເວລາ 19:36 ໂມງ ມາເປັນເວລາ 18:34 ໂມງຕາມເວລາທ້ອງຖິ່ນ (ເວລາຈີນ) ແລະ ຫາກເດີນທາງຈາກສະຖານີຄຸນໝິງໃຕ້ ສປ ຈີນ ຫາ ສະຖານີນະຄອນຫຼວງວຽງຈັນ ສປປ ລາວ ຈາກທີ່ແຕ່ກ່ອນເວລາທີ່ຮອດແມ່ນ 17:38 ໂມງ ຈະປ່ຽນມາເປັນເວລາ 16:34 ໂມງ ຕາມເວລາທ້ອງຖິ່ນ (ເວລາລາວ), ໄລຍະເວລາໃນການຂົນສົ່ງຜູ້ໂດຍສານແມ່ນໄວຂຶ້ນ 1 ຊົ່ວໂມງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...