Homeຂ່າວການພັດທະນາພິທີມອບຮັບເອົາງົວພັນຊີ້ນຂອງ ບໍລິສັດ ກະສິກໍາດອກງິ້ວຄຳ ກັບຄືນຈາກໂຄງການມີສ່ວນຮ່ວມກັບປະຊາຊົນບ້ານນໍ້າຟ້າ

ພິທີມອບຮັບເອົາງົວພັນຊີ້ນຂອງ ບໍລິສັດ ກະສິກໍາດອກງິ້ວຄຳ ກັບຄືນຈາກໂຄງການມີສ່ວນຮ່ວມກັບປະຊາຊົນບ້ານນໍ້າຟ້າ

Published on

ໃນວັນທີ 14 ກໍລະກົດ 2023 ນີ້ ບໍລິສັດກະສິກຳດອກງິ້ວຄຳ ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ ແຂວງບໍ່ແກ້ວ ໄດ້ຈັດພິທີມອບຮັບເອົາງົວພັນຊີ້ນຂອງ ບໍລິສັດ ກະສິກໍາດອກງິ້ວຄຳ ກັບຄືນຈາກໂຄງການມີສ່ວນຮ່ວມກັບປະຊາຊົນບ້ານນໍ້າຟ້າ ໂດຍການເປັນປະທານຂອງ ທ່ານ ຖາງເຫວີຍ ໃນນາມປະທານບໍລິສັດ ກະສິກຳ ດອກງີ້ວຄຳ.

ໂດຍອີງຕາມ ນະໂຍບາຍຂອງທາງບໍລິສັດ ກະສິກໍາ ດອກງີ້ວຄຳ ແລະ ພະແນກກະສິກຳ ແລະ ປ່າໄມ້ ທີໄດ້ເຮັດມະຕິຕົກລົງມອບງົວພັນຊີ້ນໃຫ້ປະຊາຊົນບ້ານນໍ້າຟ້າໄປລ້ຽງແບບບໍ່ໄດ້ເສຍຄ່າຈຳນວນ 36 ໂຕ (ໂຕຜູ້1ໂຕ) ໃນຄັ້ງວັນທີ 18 ພະຈິກ 2019 ແລະ ເມື່ອລ້ຽງໃຫຍ່ແລ້ວ ສາມາດນຳມາຂາຍຄືນໃຫ້ກັບບໍລິສັດ. ມາຮອດປະຈຸບັນງົວຈຳນວນດັ່ງກ່າວແມ່ນໄດ້ແຜ່ຂະຫຍາຍເຖິ່ງ 135 ໂຕ, ບັນລຸຕາມເປົ້າໝາຍ ແລະ ແນວທາງທີ່ໄດ້ກຳນົດເອົາໄວ້ ເປັນໂຄງການທີ່ປະສົບຜົນສຳເລັດຢ່າງສູງ. ສະນັ້ນ ມາຮອດວັນທີ 14 ກໍລະກົດນີ້ ພິທີມອບຮັບເອົາງົວພັນຊີ້ນຂອງ ບໍລິສັດ ກະສິກໍາດອກງີ້ວຄຳ ກັບຄືນຈາກໂຄງການມີສ່ວນຮ່ວມກັບປະຊາຊົນບ້ານນໍ້າຟ້າ ຈື່ງໄດ້ໄຂຂື້ນ, ປະຊາຊົນບ້ານນໍ້າຟ້າຈຳນວນ 6 ຄອບຄົວໄດ້ພ້ອມພຽງຮຽງໜ້າກັນນຳງົວຂອງຕົນລວມທັງໝົດ 19 ໂຕ ລວມເປັນເງິນກີບຈຳນວນ 228.000.000 ກວ່າກີບ ໂດຍນຳມາຂາຍກັບຄືນໃຫ້ກັບບໍລິສັດ ແລະ ໄດ້ນຳເອົາເງິນຈຳນວນດັງກ່າວໄປນຳໃຊ້ ແລະ ເສີມຂະຫຍາຍທຸລະກິດຂອງຕົນ.

ໂຄງການກະສິກຳມີສ່ວນຮ່ວມກັບປະຊາຊົນ ແມ່ນມີຈຸດປະສົ່ງໃນການສົ່ງເສີມການປູກຝັງ ແລະ ລ້ຽງສັດເພື່ອເປັນສິນຄ້າ ແລະ ລົບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນທ້ອງຖິ່ນ. ໂດຍບໍລິສັດກະຊິກຳດອກງິ້ວຄຳ ຈະເປັນຜູ້ສະໜອງແນວພັນໃຫ້ປະຊາຊົນ ແລະ ເປັນຜູ້ຮັບຊື້ຄືນຫຼັງຈາກທີ່ມີການຂະຫຍາຍພັນ.
ແຫລ່ງຂໍ້ມູນ: ຫ້ອງການສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...