spot_img
Homeຂ່າວພາຍ​ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ສະພາແຫ່ງຊາດ ຊຸດທີ IX ອັດລົງດ້ວຍຜົນສໍາເລັດ

ກອງປະຊຸມສະໄໝສາມັນ ເທື່ອທີ 5 ສະພາແຫ່ງຊາດ ຊຸດທີ IX ອັດລົງດ້ວຍຜົນສໍາເລັດ

Published on

ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍຫລັງດຳເນີນມາແຕ່ວັນທີ 26 ມິຖຸນາ ເຖິງວັນທີ 18 ກໍລະກົດ 2023, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນຳຂັ້ນສູງ ພັກ, ລັດ, ຄະນະລັດຖະບານ, ສະມາຊິກສະພາແຫ່ງຊາດ, ພະນັກງານອາວຸໂສບຳນານເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດ ປິດກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດຕະຫລອດການດຳເນີນກອງປະຊຸມສະໄໝສາມັນໃນຄັ້ງນີ້ ເຊິ່ງບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃສ່ເນື້ອໃນຂອງບົດລາຍງານຕ່າງໆຂອງລັດຖະບານ. ຜ່ານການດຳເນີນກອງປະຊຸມໄດ້ພິຈາລະນາ-ຮັບຮອງເອົາບົດລາຍງານລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023, ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ລັດຖະບານໃນການບໍລິຫານ, ບັນຊາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ດ້ວຍການວາງມາດຕະການຕ່າງໆ ເຮັດໃຫ້ເສດຖະກິດສາມາດຂະຫຍາຍຕົວໃນລະດັບ 4,8%, ການຊຸກຍູ້ການຜະລິດເພື່ອຊ່ວຍພາຍໃນ ແລະ ຂາອອກ ໄດ້ມີໜໍ່ແໜງໃໝ່ຈຳນວນໜຶ່ງ, ການເກັບລາຍຮັບມີການເພີ່ມຂຶ້ນ. ແຕ່ກອງປະຊຸມສະເໜີໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂບັນຫາທີ່ສັງຄົມເປັນຫ່ວງເຊັ່ນ: ການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເໜັງຕີງແຮງ, ຄ່າຄອງຊີບສູງຂຶ້ນ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະ ຫານ, ຕຳຫລວດ ກໍຄື ປະຊາຊົນບັນດາເຜົ່າ. ພ້ອມທັງແກ້ໄຂບັນຫາການຈັດສັນການລົງທຶນຂອງລັດໃຫ້ທັນເວລາ, ແກ້ໄຂບັນຫາຂອງຄູ, ແພດອາສາສະໝັກ, ບັນຫາຄຸນນະພາບການສຶກສາ, ສາທາລະນະສຸກ, ສະຫວັດດີການສັງຄົມ, ບັນຫາແຮງງານ, ລວມທັງບັນຫາການຂຸດຄົ້ນແຮ່ທາດແບບທົດລອງ ແລະ ອື່ນໆ.

ກອງປະຊຸມຍັງໄດ້ພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດເຊິ່ງກອງປະຊຸມ ເຫັນວ່າ ດ້ວຍຄວາມບຸກບືນ, ສູ້ຊົນຂອງລັດຖະບານເຮັດໃຫ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ຮັບຜົນສຳເລັດຫລາຍດ້ານ, ການປະຕິບັດວິໄນແຜນການ-ການເງິນ ຢູ່ຂົງເຂດວຽກງານຕ່າງໆ ມີຄວາມເຂັ້ມງວດຂຶ້ນກວ່າເກົ່າ, ການແກ້ໄຂບັນຫາຢາເສບຕິດ ໄດ້ເປັນຂະບວນການຢ່າງກວ້າງຂວາງ.

ກອງປະຊຸມຍັງໄດ້ພິຈາລະນາ ແລະ ຮັບຮອງເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດຮອດ ປີ 2030 ເຊິ່ງກອງປະຊຸມຕີລາຄາວ່າ ວິໄສທັດ ແລະ ຍຸດທະສາດ ດັ່ງກ່າວ ມີຄວາມສຳຄັນດ້ານຍຸດທະສາດລະດັບຊາດ, ເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ໃຫ້ເປັນແນວທາງການຈັດຕັ້ງປະຕິບັດ, ແນໃສ່ສ້າງການສະສົມທຶນຮອນ ເພື່ອຫັນປະເທດໃຫ້ເປັນອຸດສາຫະກຳທັນສະໄໝ, ກອງປະຊຸມມອບໃຫ້ລັດຖະບານ ເອົາໃຈໃສ່ຄຸ້ມຄອງການຂຸດຄົ້ນແຮ່ທາດໃນເງື່ອນໄຂທີ່ປະເທດເຮົາຍັງມີຂໍ້ຈໍາກັດຄວາມຮູ້ດ້ານເຕັກນິກ, ວິຊາການດ້ານທໍລະນີສາດ-ແຮ່ທາດ, ກຳນົດການຈັດສັນປະເພດແຮ່ທາດທີ່ມີຄຸນຄ່າສູງ ແລະ ຫາຍາກ, ການກຳນົດເຂດຫວງຫ້າມ, ການແບ່ງເຂດຍຸດທະສາດທີ່ຈະຮັກສາໄວ້ຍາວນານ, ຄົ້ນຄວ້າການແບ່ງຂັ້ນພິຈາລະນາອະນຸມັດໂຄງການລົງທຶນແຮ່ທາດໃຫ້ສອດຄ່ອງກັບສະພາບຕົວຈິງຕື່ມເປັນຕົ້ນໂຄງການລະດັບໃດຈະຕ້ອງໄດ້ຜ່ານການພິຈາລະນາອະນຸມັດ ຈາກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງຕາມທີ່ກໍານົດໄວ້ໃນກົດໝາຍ.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ເຊິ່ງເຫັນວ່າໄລຍະຜ່ານມາ ລັດຖະບານໄດ້ມີຄວາມພະຍາຍາມ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງ ການບໍລິການປິ່ນປົວສຸຂະພາບຂັ້ນພື້ນຖານ, ຜູ້ປະກັນຕົນ ແລະ ສະມາຊິກ ໄດ້ຮັບການອຸດໜູນຈາກກອງທຶນປະກັນສັງຄົມ ແລະ ກອງທຶນປະກັນສຸຂະພາບ ໃນລະດັບທີ່ແນ່ນອນ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ແຫ່ງຊາດ ຮອດປີ 2030 ເຊິ່ງກອງປະຊຸມຕີລາ ຄາວ່າ ຍຸດທະສາດນີ້, ມີຄວາມສໍາຄັນລະດັບຊາດ ເປັນບ່ອນອີງໃນການຄຸ້ມຄອງນໍາໃຊ້ນໍ້າ, ຊັບພະຍາ ກອນນໍ້າ, ການປົກປັກຮັກສາ ແລະ ຟື້ນຟູນໍ້າ ໃຫ້ມີຄວາມຍືນຍົງ. ພ້ອມທັງ ພິຈາລະນາຮັບຮອງເອົາການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸຕິທໍາ 4 ສະບັບ ຄື: ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງ, ກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ເຊິ່ງກອງປະຊຸມ ຕີລາຄາວ່າ ສານປະຊາ ຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ມີຄວາມພະຍາຍາມ ໃນການຈັດຕັ້ງປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ຕາມແຜນການທີ່ວາງໄວ້, ສາມາດຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳທັງ 4 ສະບັບ.

ພ້ອມນີ້, ຍັງໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 10 ສະ ບັບ ເຊິ່ງປະກອບມີ ກົດໝາຍສ້າງໃໝ່ 4 ສະບັບ ຄື: ກົດໝາຍ ວ່າດ້ວຍວຽກງານສາທາລະນະສຸກ, ກົດໝາຍ ວ່າດ້ວຍການຈັດຫາງານ, ກົດໝາຍ ວ່າດ້ວຍອາກອນທີ່ດິນ, ກົດໝາຍ ວ່າດ້ວຍເຍົາວະຊົນລາວ ແລະ ກົດໝາຍສະບັບປັບປຸງ 6 ສະບັບ ຄື: ກົດໝາຍ ວ່າດ້ວຍທະນາຄານທຸລະກິດ, ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ, ກົດໝາຍ ວ່າດ້ວຍສັດປ່າ, ກົດໝາາຍ ວ່າດ້ວຍການພິມຈໍາໜ່າຍ, ກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ແລະ ກົດໝາຍວ່າດ້ວຍສານທະຫານ; ພ້ອມທັງ ພິຈາລະນາ ແລະ ຮັບຮອງ ເອົາບົດລາຍງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຫາ ເທື່ອທີ 5 ແລະ ທິດທາງແຜນ ການເຄື່ອນໄຫວວຽກງານຮອດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX.

ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເຂົ້າສູ່ຊີວິດຕົວຈິງ, ແມ່ນໝາກຜົນລວມສູນສະຕິປັນຍາ, ສິດປະຊາທິປະໄຕ ກໍຄື ການຍົກສູງການຕັດສິນໃຈສູງຂອງລັດຖະບານ, ອົງການທີ່ກ່ຽວຂ້ອງ ໃນການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...