Homeຂ່າວພາຍ​ໃນກະຊວງການເງິນ ແຈ້ງການເສຍພາສີທີ່ດິນ ປີ 2023 ຖ້າບໍ່ຊໍາລະຕາມກຳນົດຈະຖືກປັບໃໝ

ກະຊວງການເງິນ ແຈ້ງການເສຍພາສີທີ່ດິນ ປີ 2023 ຖ້າບໍ່ຊໍາລະຕາມກຳນົດຈະຖືກປັບໃໝ

Published on

ກະຊວງການເງິນອອກແຈ້ງການ ເຖິງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຜູ້ໃຊ້ ຫລື ນໍາໃຊ້ທີ່ດິນ ຢູ່ ສປປ ລາວ ກ່ຽວກັບການເສຍພາສີທີ່ດິນ ປະຈຳປີ 2023. ທັງນີ້ ກໍເພື່ອເຮັດໃຫ້ການເສຍຄ່າພາສີທີ່ດິນ ປະຈຳປີ ໄດ້ຈັດຕັ້ງປະຕິບັດທັນຕາມກຳນົດເວລາ ແລະ ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ຖ້າພາກສ່ວນໃດຫາກບໍ່ຊໍາລະຕາມກຳນົດ ແມ່ນຈະຖືກປັບໃໝ.

ໄລຍະຂອງການເສຍຄ່າພາສີທີ່ດິນ ປີ 2003 ຈະສິ້ນສຸດໃນວັນທີ 31 ທັນວາ 2023 ຊຶ່ງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເປັນເຈົ້າຂອງຕອນດິນ ຫລື ນໍາໃຊ້ຕອນດິນ ໃນຂອບເຂດທົ່ວປະເທດ ມີພັນທະເສຍຄ່າພາສີທີ່ດິນປະຈຳປີ, ຖ້າບໍ່ຊຳລະຕາມໄລຍະເວລາດັ່ງກ່າວ ຈະຖືກປັບໃໝເປັນແຕ່ລະກໍ ລະນີ ທີ່ໄດ້ກຳນົດໄວ້ໃນ ມາດຕາ 10 ຂອງລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 01/ສປປ, ລົງວັນທີ 08 ພຶດສະພາ 2007 ວ່າດ້ວຍພາສີທີ່ດິນ. ການຊໍາລະມີ 2 ຮູບແບບຄື: ຊຳລະຜ່ານລະບົບທະນາຄານ ໂດຍນໍາໃຊ້ ແອັບພິເຄຊັນ (Application) ຂອງບັນດາທະນາຄານທີ່ເຂົ້າຮ່ວມໃນໂຄງການ ແລະ ຊຳລະຜ່ານປ່ອງບໍລິການຂອງຫ້ອງການສ່ວຍສາອາກອນປະຈຳ ນະຄອນ, ເມືອງ, ເທສະບານ ແລະ ຫ້ອງການປົກຄອງບ້ານ ບ່ອນຕອນດິນຕັ້ງຢູ່. ການຊຳລະຜ່ານລະບົບແອັບພິເຄຊັນ ຂອງບັນດາທະນາຄານ ຜູ້ຊຳລະຕ້ອງມີບັນຊີເງິນຝາກຢູ່ໃນທະນາຄານ, ດາວໂຫລດແອັບພິເຄຊັນຂອງທະນາຄານ ທີ່ຕົນເອງມີເງິນຝາກ, ດຳເນີນການຊຳລະຜ່ານ ແອັບພິເຄຊັນດັ່ງກ່າວ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້.

ມອບໃຫ້ກົມສ່ວຍສາອາກອນ ອອກຄໍາແນະນໍາ ລະອຽດ ໃນການຈັດຕັ້ງປະຕິບັດ ການຈັດເກັບຄ່າພາສີທີ່ດິນໃນປີ 2023 ການປ້ອນຖານຂໍ້ມູນທີ່ດິນລົງໃນລະບົບ TaxRIS ແລະ ຈັດຕັ້ງເຜີຍແຜ່ແນະນຳ ພ້ອມທັງ ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາ ໃຫ້ທັນຕາມສະພາບການ; ມອບໃຫ້ພະແນກການເງິນ, ສ່ວຍສາອາກອນ ປະຈຳນະຄອນຫລວງ, ແຂວງ, ນະຄອນ, ເມືອງ ແລະເທສະບານປະສານສົມທົບກັບ ອຳນາດການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້, ເຜີຍແຜ່ ການຈັດຕັ້ງປະຕິບັດການເສຍຄ່າພາສີທີ່ດິນ ປະຈຳປີ 2023 ໃຫ້ມີປະສິດທິຜົນ, ໂປ່ງໃສ ແລະ ຮັບປະກັນການເກັບລາຍຮັບດັ່ງກ່າວ ເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...