spot_img
Homeຂ່າວຕ່າງປະເທດຈີນ ແລະ ຫວຽດນາມ ອົບພະຍົບປະຊາຊົນຫຼາຍກວ່າ 2 ແສນຄົນໜີພາຍຸໄຕ້ຝຸ່ນທາລິມ

ຈີນ ແລະ ຫວຽດນາມ ອົບພະຍົບປະຊາຊົນຫຼາຍກວ່າ 2 ແສນຄົນໜີພາຍຸໄຕ້ຝຸ່ນທາລິມ

Published on

ປະຊາຊົນເກືອບເຄິ່ງລ້ານໃນທາງພາກໃຕ້ຂອງຈີນ ແລະ ຫວຽດນາມ ຕ້ອງອົບພະຍົບອອກຈາດເຂດສ່ຽງ ກ່ອນທີ່ພາຍຸໄຕ້ຝຸ່ນທາລິມຈະພັກເຂົ້າໃນຕອນຄ່ຳຂອງວັນຈັນທີ 17 ກໍລະກົດທີ່ຜ່ານມາ ໂດຍອິດທິພົນຂອງອາຍຸເຮັດໃຫ້ເກີດຝົນຕົກໜັກ ແລະ ລົມແຮງ.

ໜ່ວຍງານກົມອຸຕຸນິຍົມຂອງຈີນ ລະບຸວ່າ: ພາຍຸໄຕ້ຝຸ່ນທາລິມ ຫົວທີ 4 ຂອງປີ ໄດ້ພັດເຂົ້າທາງຝັ່ງຂອງແຂວງກວາງຕຸ້ງ ໃນເວລາ 22:00 ໂມງ ຕາມເວລາທ້ອງຖິ່ນ ສົ່ງຜົນໃຫ້ເກີດພາຍຸໝຸນຊັດຝັ່ງ ແລະ ຝົນຕົກໜັກບໍລິເວນແຄມຝັ່ງທະເລທາງໃຕ້ ຕັ້ງແຕ່ແຂວງກວາງຕຸ້ງ ໄປຈົນຮອດໄຫ່ໜານໃນຄືນວັນຈັນທີ່ຜ່ານມາ.

ເຮັດໃຫ້ການເຕືອນໄພໃນລະດັບສີສົ້ມ ເຊິ່ງເປັນລະດັບສູງສຸດເປັນອັນດັບ 2 ຈາກທັງໝົດ 4 ລະດັບ ກ່ອນທີ່ພາຍຸຈະເຄື່ອນທີ່ເຂົ້າທາງພາກເໜືອຂອງປະເທດຫວຽດນາມ.

ມີລາຍງານວ່າ ປະຊາຊົນປະມານ 230.000 ກວ່າຄົນ ໃນແຂວງກວາງຕຸ້ງ ສາມາດອົບພະຍົບອອກ ໄປຢູ່ບ່ອນປອດໄພໄດ້ກ່ອນທີ່ພາຍຸຈະພັດເຂົ້າ ໂດຍສະເພາະກຸ່ມຄົນງານກະຊັງປາ 8.000 ກວ່າຄົນ ຂະນະດຽວກັນທາງການທ້ອງຖິ່ນກໍໄດ້ປິດສະຖານທີ່ທ່ອງທ່ຽວຕາມແຄມທະເລຫຼາຍ 10 ແຫ່ງ ແລະ ມີການຍົກເລີກຖ້ຽວບິນ ແລະ ລົດໄຟນັບ 100 ຖ້ຽວ.

ຫຼ້າສຸດ ທາງການຫວຽດນາມ ໄດ້ກຽມພ້ອມອົບພະຍົມປະຊາຊົນປະມານ 30.000 ຄົນ ຈາກເຂດສ່ຽງ ນັບຕັ້ງແຕ່ຕອນສວຍຂອງວັນຈັນທີ່ຜ່ານມາ ພ້ອມແນະນຳໃຫ້ນັກທ່ອງທ່ຽວຮີບອອກຈາກເກາະທີ່ມີຄວາມສ່ຽງ ແລະ ຖ້ຽວບິນຕ່າງໆ ຕ້ອງມີການປັບເວລາໃໝ່ ເພື່ອຫຼີກລ່ຽງພາຍຸ ໂດຍທາງການຫວຽດນາມຍັງໄດ້ສັ່ງໃຫ້ກຽມກູ້ໄພ ແລະ ໜ່ວຍບັນເທົາທຸກ ໃຫ້ຮັບມືຄວາມເປັນໄປໄດ້ທີ່ຈະເກີດນ້ຳຖ້ວມ.

ນອກນີ້ ກົມອຸຕຸນິຍົມຂອງລາວ ກໍໄດ້ອອກມາເຕືອນກ່ຽວກັບພາຍຸໄຕ້ຝຸ່ນທາລິມ ໂດຍສະເພາະພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງອັດຕະປື ອອກມາແຈ້ງເຕືອນເຖິງການປົກຄອງແຂວງ ແລະ ພໍ່ແມ່ປະຊາຊົນພາຍໃນ 5 ຕົວເມືອງ, ຈົ່ງມີສະຕິລະມັດລະວັງໃນການເດີນທາງ, ຜູ້ໃຊ້ລົດ, ເຮືອ, ຕາມສະຖານທີ່ຕ່າງໆ. ຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ, ຟ້າ ເຫຼື້ອມໃນໄລຍະວັນທີ 17-19 ກໍລະກົດ ພ້ອມມີລົມພັດແຮງທີ່ຈະເຮັດໃຫ້ຕົ້ນໄມ້ຫັກ, ດິນເຈື່ອນ, ນໍ້າຖ້ວມກະທັນຫັນທີ່ອາດຈະເກີດຂື້ນໄດ້ໃນໄລຍະນີ້, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງອັດຕະປື.

ທີ່ມາ channelnewsasia

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...