spot_img
Homeຂ່າວຕ່າງປະເທດSwatch ຮ້ອງຟ້ອງລັດຖະບານມາເລເຊຍທີ່ເຂົ້າຍຶດໂມງລຸ້ນ Pride

Swatch ຮ້ອງຟ້ອງລັດຖະບານມາເລເຊຍທີ່ເຂົ້າຍຶດໂມງລຸ້ນ Pride

Published on

Swatch Group ຜູ້ຜະລິດໂມງແບຣນດັງ ສັນຊາດສະວິດເຊີແລນ ຍື່ນຟ້ອງລັດຖະບານມາເລເຊຍທີ່ເຮັດໃຫ້ເສື່ອມເສຍຊື່ສຽງ ພາຍຫຼັງຍຶດໂມງສີຮຸ້ງ ທີ່ສ້າງຂຶ້ນເພື່ອສະຫຼອງ Pride Month ໂດຍອ້າງວ່າເປັນສັນຍາລັກຂອງ LGBTQ.

ການຮັກຮ່ວມເພດເປັນອາຊະຍາກຳຢູ່ໃນປະເທດມາເລເຊຍທີ່ນັບຖືສາສະໜາອິດສະລາມ ແລະ ມີອົງກອນສິດສິມະນຸດຫຼາຍແຫ່ງ ທີ່ອອກມາເຕືອນເຖິງການຕໍ່ຕ້ານ LGBTQ ທີ່ນັບມື້ຮຸນແຮງຂຶ້ນ.

ລັດຖະມົນຕີກະຊວງພາຍໃນ ກ່າວວ່າ ໃນເດືອນພຶດສະພາທີ່ຜ່ານມາ ທາງການມາເລເຊຍໄດ້ບຸກຍຶດໂມງ Swatch ຄໍເລັກຊັ່ນ Pride ຍ້ອນມີໂຕອັກສອນ LGBTQ ຢູ່ໃນຜະລິດຕະພັນ.

Swatch ລະບຸໃນເອກະສານຄຳຮ້ອງທີ່ຍື່ນຕໍ່ສານສູງກົວລາລຳເປີ ໃນວັນທີ 24 ມິຖຸນາ ເຈົ້າໜ້າທີ່ກະຊວງພາຍໃນມາເລເຊຍ ໄດ້ຍຶດໂມງຂອງ Swatch ຈຳນວນ 172 ອັນ ຈາກຮ້ານທີ່ຈຳໜ່າຍ 16 ສາຂາ ຢ່າງຜິດກົດໝາຍ.

ເຊິ່ງທາງ Swatch ກໍໄດ້ກ່າວວ່າ “ໂມງທີ່ຖືກຍຶດໄປບໍ່ໄດ້ກໍ່ເກີດຄວາມບໍ່ສະຫງົບຕໍ່ສັງຄົມ ຫຼທ ສິນລະທຳອັນດີຂອງປະຊາຊົນແຕ່ຢ່າງໃດເລີຍ.”

ໝາຍເຕືອນທີ່ສົ່ງໄປໃຫ້ Swatch  ລະບຸວ່າ ໂມງເຫຼົ່ານີ້ມີອົງປະກອບທີ່ສື່ເຖິງການສົ່ງເສີມສິດທິ LGBTQ ແລະ ອາດລະເມີດກົດໝາຍຂອງທາເລເຊຍ.

ແຕ່ Swatch ກໍຢືນຢັນວ່າ: ໂມງທີ່ຍຶດໄປ ສ່ວນໃຫຍ່ມີມູນຄ່າລາຄາຂາຍຍ່ອຍ 64.795 ຣິງກິດ ບໍ່ມີໂຕອັກສອນ LGBTQ ຢູ່ຕາມໂມງທີ່ທາງມາເລເຊຍໄດ້ກ່າວຫາ.

ທາງບໍລິສັດກໍໄດ້ຮຽກຮ້ອງໃຫ້ລັດຖະບານມາເລເຊຍສົ່ງໂມງຄືນ ພ້ອມກັບຈ່າຍຄ່າເສຍຫາຍ ໂດຍລະບຸວ່າ ການຍຶດສິນຄ້າໄດ້ສ້າງຄວາມເສຍຫາຍຕໍ່ຄວາມສາມາດໃນການດຳເນີນທຸລະກິດຂອງ Swatch ໃນປະເທດນັ້ນ.

ກະຊວງພາຍໃນມາເລເຊຍ ຍັງບໍ່ໄດ້ອອກມາໃຫ້ຄວາມຄິດເຫັນໃນເລື່ອງດັ່ງກ່າວ ຂະນະທີ່ສານສູງກົວລາລຳເປີມີກຳນົດສືບສວນຄຳຮ້ອງຂອງ Swatch ໃນວັນທີ 20 ກໍລະກົດ.

ທີ່ມາ: Reuters

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...