spot_img
Homeຂ່າວພາຍ​ໃນເຜີຍແຜ່ລະບຽບການ, ມາດຕະກວດກາ ແລະ ປາບປາມອາຊະຍາກຳສໍ້ໂກງທາງອອນລາຍ

ເຜີຍແຜ່ລະບຽບການ, ມາດຕະກວດກາ ແລະ ປາບປາມອາຊະຍາກຳສໍ້ໂກງທາງອອນລາຍ

Published on

ໃນວັນທີ 12 ກໍລະກົດ 2023 ຜ່ານມາ, ຄະນະຄຸ້ມຄອງ​ເຂດເສດຖະກິດພິເສດແຂວງບໍ່ແກ້ວ,ຮ່ວມກັບ ກອງບັນຊາການ ປກສ ເຂດ ແລະ ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ,ໄດ້ຈັດຕັ້ງການເຜີຍແຜ່ລະບຽບການ, ມາດຕະກວດກາ ແລະ ປາບປາມອາຊະຍາກຳສໍ້ໂກງທາງອອນລາຍຂຶ້ນ ໂດຍການເປັນຄະນະປະທານຂອງ ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ, ມີທ່ານ ພັນເອກ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດ, ທ່ານ ຫວາງເອີ້ປາວ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ພ້ອມດ້ວຍບັນດາທ່ານຫົວໜ້າ, ຮອງຫົວໜ້າຈາກຂະແໜງການຂອງເຂດ, ການນຳເມືອງຕົ້ນເຜິ້ງ, ຜູ້ປະກອບການ-ຫົວໜ່ວຍທຸລະກິດເຂົ້າຮ່ວມ 500 ກວ່າຄົນ, ຍິງ 50 ຄົນ.
ກອງປະຊຸມ ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ໄດ້ເວົ້າວ່າເປົ້າໝາຍຂອງການສ້າງຕັ້ງ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແມ່ນການສ້າງໃຫ້ກາຍເປັນເມືອງແຫ່ງການທ່ອງທ່ຽວໃນລະດັບສາກົນ ແລະ ພາກພື້ນທີ່ມີຄວາມສາມັກຄີປອງດອງ, ສັງຄົມມີຄວາມສະຫງົບໝັ້ນຄົງ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມກົມກຽວ ທາງດ້ານການລົງທຶນຂອງນັກທຸລະກິດດ້ານຕ່າງໆ.

ທ່ານພັນເອກ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດ ໄດ້ເວົ້າວ່າເພື່ອຈັດຕັ້ງຜັນຂະຫຍາຍມະຕິ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ຄວາມ​ສະຫງົບ​ຂອງລາວ ​ແລະ ຈີນ ແລະ ທິດຊີ້ນຳຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງ​ກັນ​ຄວາມ​ສະຫງົບ​ ກ່ຽວກັບການປາບປາມກິດຈະການກ່ຽວກັບຄໍເຊັນເຕີ ຫຼື ສໍ້ໂກງທາງອອນລາຍ ທີ່ຜິດກົດໝາຍ ແລະ ອື່ນໆ ໃຫ້ບັນດາຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນທີ່ທຳທຸລະກິດຕ່າງໆຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ຮັບຮູ້ເຂົ້າໃຈກ່ຽວກັບການກຳນົດມາດຕະການ, ລະບຽບການ, ການຕິດຕາມ, ກວດກາ, ການສະກັດກັ້ນ ແລະ ການເກືອດຫ້າມສໍ້ໂກງທາງອອນລາຍ, ບັນຫາການມົ້ວສຸມສິ່ງເສບຕິດ, ສິດເສລີພາບຂອງແຮງງານ, ຫ້າມການຊື້ຂາຍແຮງງານແບບໂອນລະຫ່ວາງບໍລິສັດນີ້ໃຫ້ບໍລິສັດອື່ນ, ການລັກລອບເຂົ້າ-ອອກເມືອງຂອງແຮງງານທີ່ບໍ່ຖືກຕ້ອງ, ການນຳໃຊ້-ພົກພາອາວຸດທີ່ບໍ່ຖືກຕ້ອງ, ບັນຫາອາຊະຍາກຳ, ຂີ້ລັກງັດແງະ​ແລະ​ການລົງໂທດ, ປັບໄໝ ແລະ ດຳເນີນຄະດີຢ່າງເດັດຂາດຕໍ່ຜູ້ທີ່ລະເມີດ.

ນອກຈາກນີ້,​ ທ່ານ ຫວາງເອີ້ປາວ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດດອກງິ້ວຄຳຈຳກັດກໍໄດ້ມີຄຳເຫັນຮຽກຮ້ອງມາຍັງນັກທຸລະກິດ, ຜູ້ປະກອບການທຸກພາກສ່ວນຕ້ອງໄດ້ໃຫ້ການຮ່ວມມືປະຕິບັດຕາມລະບຽບຢ່າງເຂັ້ມງວດ ແລະ ໃຫ້ການສະໜັບສະໜູນວຽກງານນິຕິກຳຕ່າງໆຂອງພັກ-ລັດ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃຫ້ມີຄວາມເຂັ້ມແຂງ ໂດຍບໍ່ອານຸຍາດໃຫ້ຫົວໜ່ວຍບໍລິສັດ ແລະ ຜູ້ປະກອບການເຄື່ອນໄຫວກິດຈະການທີ່ຄັດກັບລະບຽບກົດໝາຍ ຫຼື ມ້າງເພທຳລາຍຜົນງານການພັດທະນາເຂດ ລວມທັງພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງໃຫ້ການຮ່ວມມື ແລະ ເຄື່ອນໄຫວທຸລະກິດຂອງຕົນ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບການ. ທັ້ງນີ້ກໍ່ເພື່ອແນ່ໃສ່ເຮັດໃຫ້ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຂອງພວກເຮົາໄດ້ມີການພັດທະນາຕາມແນວທາງນະໂຍບາຍຂອງພັກ-ລັດ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ມີຄວາມສີວິໄລຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
#ແຫລ່ງຂໍ້ມູນ: ຫ້ອງການສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄຳ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...