Homeຂ່າວພາຍ​ໃນຍທຂ ເລັ່ງເອົາໃຈໃສ່ສ້ອມແປງເສັ້ນທາງ 13 ເໜືອ

ຍທຂ ເລັ່ງເອົາໃຈໃສ່ສ້ອມແປງເສັ້ນທາງ 13 ເໜືອ

Published on

ວັນທີ 10 ກໍລະກົດ 2023 ທີ່ຜ່ານມາໄດ້ມີຫາງສຽງສ່ອງແສງຂອງປະຊາຊົນ ກ່ຽວກັບເສັ້ນທາງເລກທີ 13 ເໜືອເປ່ເພໜັກ ເປັນບວກຂຸມເລິກແກ່ຍາວມາເປັນເວລາຫລາຍເດືອນຢູ່ ຈຸດບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນໂດຍສະເພາະແມ່ນ ຢູາໜ້າສູນໂຄລາວ, ເສັ້ນທາງດັ່ງກ່າວມີລັກສະນະເປັນບວກຂຸມເລິກ ໃນເວລາມີການສັນຈອນ ໃຜໆກໍບໍ່ຢາກລົງຂຸມ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການສັນຈອນໄປມາ ທັງສ່ຽງຕໍການເກີດອຸບັດເຫດ ໂດຍສະເພາະຍາມກາງຄືນ.ບໍ່ມີໄຟເຍືອງທາງ ການສ້ອມແປງທາງບໍ່ໄດ້ມາດຕະຖານ, ຝົນຕົກຄ່ອຍ ຫຼື ແຮງ ກໍ່ເຮັດໃຫ້ນໍ້າຖ້ວມຂັງ, ມີລົດບັນທຸກນໍ້າໜັກເກີນເຮັດໃຫ້ທາງເປ່ເພ – ທາງເພແລ້ວກໍ່ບໍ່ມີພາກສ່ວນໃດມາສ້ອມແປງ ້ຖີງຈະແປງ ແປງກໍ່ບໍ່ໄດ້ມາດຕະຖານ ບືດດຽວກໍ່ເປ່ເພອີກ ເສຍງົບປະມານໄປລ້າໆ, ຜູ້ເດືອດຮ້ອນແມ່ນປະຊາຊົນທີ່ເສຍເງິນຄ່າທາງ – ເສຍເງິນສ້ອມແປງລົດ ແລະ ເສຍເວລາໃນການສັນຈອນ.

ຕໍ່ສະພາບການດັ່ງກ່າວກົມຂົວທາງ ສົມທົບກັບພະແນກ ຍທຂ ນວ ໄດ້ລົງຊີ້ນຳໃຫ້ໂຄງການສ້ອມແປງທາງເຂດດັ່ງກ່າວແກ້ໄຂການສັນຈອນຊົ່ວຄາວ ແລະ ໄດ້ເຈລະຈາກັບບໍລິສັດຕັງຈະເລີນ ຜູ້ຊະນະໂຄງການກໍ່ສ້າງທາງເລກ 13 ເໜືອ ພາກຂະຫຍາຍຊ່ວງສີໄຄ-ສີເກີດ ເປັນຜູ້ຮັບຜິດຊອບຕໍ່ເລີຍ.ຄາດວ່າພາຍຫລັງເຊັນສັນຍາໃນກາງເດືອນນີ້ບໍລິສັດດັ່ງກ່າວຈະໄດ້ລົງມືສ້ອມແປງ ເພາະມີຮ່ວງສ້ອມແປງລວມໃນສັນຍາການກໍ່ສ້າງ, ປະຈຸບັນຜູ້ຮັບເໝົາວຽກສ້ອມແປງໄດ້ບິແບ່ງເງິນສ້ອມແປງທາງ 13 ໄຕ້ ມາແກ້ໄຂການສັນຈອນກ່ອນເພາະງົບປະມານບໍ່ພຽງພໍ (ໂຄງການຂຶ້ນກັບກະຊວງ) ໃນໄລຍະທີ່ບໍລິສັດຕັງຈະເລີນບໍ່ທັນລົງມືສ້ອມແປງນີ້ຜູ້ຮັບເໝົາວຽກສ້ອມແປງຈະສືບຕໍ່ແກ້ໄຂການສັນຈອນສາກ່ອນ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...