spot_img
Homeຂ່າວຄວາມສະຫງົບຈຳຄຸກ ແລະ ປັບໃໝຜູ້ຄ້າຂາຍຢາເສບຕິດ

ຈຳຄຸກ ແລະ ປັບໃໝຜູ້ຄ້າຂາຍຢາເສບຕິດ

Published on

ວັນທີ 7 ກໍລະກົດ 2023 ສານປະຊາຊົນ ແຂວງອຸດົມໄຊ ໄດ້ຕັດສິນລົງໂທດຕັດສິນຕັດອິດສະລະພາບ ທ້າວ ໄຕຊິງ ຕໍ່ (ຈໍາເລີຍ) ຈໍານວນ 13 ປີ ພ້ອມທັງປັບໃໝ 105.000.000 ກີບ ໃນສະຖານຜະລິດຢາບ້າ, ຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ, ການມີຝິ່ນ ແລະ ແກ່ນຝິ່ນໄວ້ໃນຄອບຄອງ, ການມີເຄື່ອງຈັກໄວ້ຄອບຄອງ, ເຄື່ອງມື, ອຸປະກອບທີ່ຜະລິດຢາເສບຕິດ ແລະ ຮີບຢາບ້າ-ເຄື່ອງມືການຜະລິດ ເພື່ອໄປທໍາລາຍຖີ້ມ.

ເຊິ່ງໃນວັນທີ 16 ມິຖຸນາ 2022 ເຈົ້າໜ້າທີ່ ປກສ ແຂວງ ອຸດົມໄຊ ໄດ້ສືບຄົ້ນຫາເປົ້າໝາຍຜະລິດ, ຄ້າຂາຍຢາເສບຕິດສາມາດຮູ້ໄດ້ວ່າເຮືອນ ທ້າວ ໄຕຊິງ ຕໍ່ ຢູ່ບ້ານ ໂຮມສຸກ ເມືອງໄຊ, ແຂວງອຸດົມໄຊ, ໄດ້ຜະລິດ, ຄ້າ-ຂາຍຢາເສບຕິດ ຮອດເວລາ 9 ໂມງ ຂອງມື້ດຽວກັນ ຈຶ່ງໄດ້ເຂົ້າມ້າງຈຸດດັ່ງກ່າວ ດ້ວຍຮູບການເຂົ້າຈັບກຸມ ພ້ອມທັງກວດຄົ້ນເຄຫະສະຖານ (ເຮືອນ).

ຜ່ານການກວດຄົ້ນພົບເຫັນຢາບ້າຈຳນວນ 2 ຖົງ ມີ 455 ເມັດ, ນ້ຳໜັກ 45,1 ກຣາມ, ແປ້ງຝຸ່ນສີແດງຈໍານວນ 1 ຖົງ, ນ້ຳ ໜັກ 197 ກຼາມ, ແປ້ງຝຸ່ນສີຂາວ 2 ຖົງ, ນໍ້າໜັກ 1,4 ກິໂລກຣາມ, ແປ້ງຝຸ່ນສີຂາວ ຈຳນວນ 1 ປ່ອງ, ນ້ຳໜັກ 500 ກຣາມ, ຖົງຢາງສີຟ້າ ເພື່ອບັນຈຸຢາບ້າ (ຖົງເປົ່າ) 237 ຖົງ, ເຄື່ອງອັດຢາບ້າ ຈຳນວນ 1 ເຄື່ອງ (ອັດດ້ວຍມື).

ຝິ່ນ ຈຳນວນ 1 ກ້ອນ, ນໍ້າໜັກ 10,7 ກຣາມ, ແກ່ນຝິ່ນຈຳນວນ 1 ເປົ່າ, ນໍ້າໜັກ 11 ກິໂລກຣາມ, ເປືອກໝາກ ຝິ່ນແຫ້ງຈຳນວນ 5 ເປົ່າ, ນໍ້າໜັກ 17 ກິໂລກຣາມ ຢູ່ໃນເຮືອນ (ຫ້ອງຊັ້ນລຸ່ມ), ເຄື່ອງຈັກ ອັດຢາບ້າ ຈໍານວນ 1 ເຄື່ອງ, ຢູ່ໃນລົດ ກະບະ ປືນແບ່ງຈໍານວນ 1 ກະບອກ, ລູກປືນເບີຈໍານວນ 28 ລູກ ຢູ່ໃນເຮືອນ, ເງິນກີບ ຈຳນວນ 20.000.000ກີບ , ເງິນຢວນຈຳນວນ 9.800 ຢວນ ຢູ່ຕູ້ໄມ້ໃນເຮືອນ, ເງິນກີບຈຳນວນ 30.000.000 ກີບ ຢູຫ້ອງນອນ, ເງິນກີບຈຳນວນ 3.850.000 ກີບ ຢູ່ຖົງພາຍສີຂາວດໍາ ຢູ່ຫ້ອງນອນ, ເງິນກີບຈຳນວນ 8.000.000 ກີບ, ເງິນບາດຈຳນວນ 5.000 ບາດ, ເງິນໂດລາຈຳນວນ 1,505 ໂດລາ, ສາຍຄໍຄຳ ລາຍດູກໆຈຳນວນ 1 ເສັ້ນໜັກ 30 ກຼາມ, ໃບຕາດິນ 1 ໃບ ຢູ່ໃນຕູ້ເຊັບ.

ແຫຼ່ງຂ່າວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...