Homeຂ່າວພາຍ​ໃນຮອງນາຍົກລັດຖະມົນຕີພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດເພື່ອນມິດທີ່ອິນໂດເນເຊຍ

ຮອງນາຍົກລັດຖະມົນຕີພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດເພື່ອນມິດທີ່ອິນໂດເນເຊຍ

Published on

ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 56 ແລະ ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງ ທີ່ ນະຄອນຫຼວງຈາກາກຕາ, ສ. ອິນໂດເນເຊຍ ໃນວັນທີ 11-14 ກໍລະກົດ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດເພື່ອນມິດ.

 

ໃນຕອນເຊົ້າຂອງ ວັນທີ 11 ກໍລະກົດ 2023, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ບຸ່ຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັນອີກຄັ້ງ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຢ່າງສະໜິດແໜ້ນ ລະຫວ່າງ ສອງກະຊວງການຕ່າງປະເທດລາວ-ຫວຽດ ນາມ ຕະຫຼອດໄລຍະຜ່ານມາ ໂດຍສະເພາະການສຸມໃສ່ຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມືສອງກະຊວງ ໄລຍະປີ 2021-2025 ແລະ ແຜນປະຕິບັດງານການທູດເສດຖະກິດ ໄລຍະປີ 2020 -2025, ກໍຄື ການຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາເອກະສານຮ່ວມມືສອງຝ່າຍ ແລະ ການຕົກລົງຂອງ ການນຳຂັ້ນສູງ ໃນ 6 ເດືອນຜ່ານມາ ແລະ ການວາງແຜນວຽກຮ່ວມກັນໃນ 6 ເດືອນ ທ້າຍປີ. ສອງຝ່າຍ ເອກະພາບກັນ ຈະຮ່ວມກັນກະກຽມໃຫ້ແກ່ ການຢ້ຽມຢາມຂອງການນໍາຂັ້ນສູງສອງປະເທດ ກໍ່ຄືການເຂົ້າຮ່ວມກອງປະຊຸມສອງຝ່າຍປະຈໍາປີ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນ ການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ການແກ້ໄຂບັນຫາເສດຖະ ກິດພາຍໃນຂອງລາວ, ກໍຄື ການກະກຽມໃຫ້ແກ່ການເປັນເຈົ້າພາບກອງປະຊຸມອາຊຽນ ໃນປີ 2024. ພ້ອມນີ້, ໄດ້ແຈ້ງໃຫ້ຊາບກ່ຽວກັບ ຄວາມຄືບໜ້າການກະກຽມຄວາມພ້ອມດ້ານຕ່າງໆ ໃນການເປັນປະທານອາຊຽນ ໃນປີ 2024.

ນອກນີ້ ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ດາໂຕະ ເອຣາວັນ ເປີຮິນ ຢູຊອບ (Dato Erywan Pehin Yusof), ລັດຖະມົນຕີຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ. ໂດຍທັງສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັນອີກຄັ້ງ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ລາວ ແລະ ບຣູໄນ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຕະຫຼອດໄລຍະ 30 ປີຜ່ານມາ ໂດຍເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ. ສອງຝ່າຍໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືທາງດ້ານກະສິກໍາ ແລະ ການຮ່ວມມືທາງດ້ານພະລັງງານ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃນເດືອນຕຸລາ 2022 ຜ່ານມາ, ພ້ອມທັງ ສືບຕໍ່ຮ່ວມກັນຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈດ່ັງກ່າວ ໃຫ້ປະກົດຜົນເປັນຈິງ.

ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ໃນວຽກງານຂອບເຂດອາຊຽນ ໂດຍສະເພາະແມ່ນ ການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...