Homeຂ່າວພາຍ​ໃນກະຊວງໂຍທາ ຊີ້ແຈງການແກ້ໄຂບັນຫາເສັ້ນທາງເປ່ເພເສຍຫາຍ

ກະຊວງໂຍທາ ຊີ້ແຈງການແກ້ໄຂບັນຫາເສັ້ນທາງເປ່ເພເສຍຫາຍ

Published on

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງຕໍ່ ສະມາຊິກສະພາແຫ່ງຊາດ (ສສຊ) ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ 2023 ວ່າ: ການຂົນສົ່ງທີ່ບັນທຸກນໍ້າໜັກເກີນ ຈາກບັນດາໂຄງການກໍ່ສ້າງຂະໜາດໃຫຍ່ ແລະ ການຂຸດຄົ້ນບໍ່ແຮ່, ເປັນບັນຫາທີ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ເສັ້ນທາງ ເຮັດໃຫ້ເກີດການເປ່ເພເສຍຫາຍ ສົ່ງຜົນກະທົບຕໍ່ງົບປະມານໃນການກໍ່ສ້າງ ເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ.

ສໍາລັບທິດທາງໃນການແກ້ໄຂ ໄດ້ສະເໜີໃຫ້ຜູ້ປະກອບການຕ້ອງມີຊິງຊັ່ງນໍ້າໜັກລົດບັນທຸກເປັນຂອງຕົນເອງ ເພື່ອຄຸ້ມຄ້ອງນ້ຳໜັກ ຕາມຂໍ້ກຳນົດນ້ຳໜັກລວມສູງສຸດຂອງກະຊວງ ຍທຂ ວາງອອກ ເພື່ອບໍ່ໃຫ້ເສັ້ນທາງເປ່ເພເສຍຫາຍ. ທັງຮັບປະກັນການຂົນສົ່ງ ໂດຍສະເພາະຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ ທີ່ເປັນສາຍທາງການຂົນສົ່ງສິນຄ້າ ແລະ ແຮ່ທາດ, ຊຶ່ງໄດ້ເຮັດໃຫ້ຕາໜ່າງທາງຫຼວງແຕ່ລະປະເພດ ເກີດການເປ່ເພລວມປະມານ 6.700 ກິໂລແມັດ (ກມ) ແລະ ຂົວຫັກ 79 ແຫ່ງ.

ທ່ານກ່າວເນັ້ນອີກວ່າ: ຜ່ານມາ ກະຊວງ ຍທຂ ໄດ້ຮ່ວມກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ບັນດາແຂວງໃນການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ມີບາງໂຄງການໄດ້ປະຕິບັດຕາມສັນຍາສໍາປະທານ ແລະ ຍັງມີຈໍານວນໜຶ່ງບໍ່ປະຕິບັດຕາມສັນຍາສໍາປະທານ.

ກະຊວງ ຍທຂ ຈະໄດ້ກວດກາຄືນ ຖ້າໂຄງການໃດທີ່ບໍ່ປະຕິບັດຕາມສັນຍາສໍາປະທານ ໂດຍສະເພາະແມ່ນການສ້ອມແປງເສັ້ນທາງທີ່ເປ່ເພຈາກໂຄງການດັ່ງກ່າວ, ແມ່ນຈະໄດ້ມີມາດຕະການເດັດຂາດໃນການປັບໄໝ ຫຼື ລາຍງານລັດຖະບານ ເພື່ອຂໍຍົກເລີກສັນຍາສໍາປະທານ.

ແຫຼ່ງຂ່າວ ປະຊາຊົນ, ຂ່າວເສດຖະກິດ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...