Homeຂ່າວຕ່າງປະເທດຕວກກີສະໜັບສະໜູນການເຂົ້າເປັນສະມາຊິກ NATO ຂອງສະວີເດັນ

ຕວກກີສະໜັບສະໜູນການເຂົ້າເປັນສະມາຊິກ NATO ຂອງສະວີເດັນ

Published on

ເຢັນສ ສະໂຕເທນເບີກ ເລຂາທິການອົງການສົນທິສັນຍາ NATO ເປີດເຜີຍວ່າ ເລເຈັບ ໄຕຍິບ ແອໂດອັນ (Recep Tayyip Erdogan) ປະທານາທິບໍດີຕວກກີ ຕົກລົງເຫັນດີສະໜັບສະໜູນສະວີເດັນ ຫຼື ຊູແອດ ເຂົ້າເປັນສະມາຊິກ NATO ໃນວັນທີ 10 ກໍລະກົດ ທີ່ຜ່ານມາ.

ສະໂຕເທນເບີກ ກ່າວວ່າ ຜູ້ນຳຕວກກີຈະນຳເອົາຫົວຂໍ້ການສະມັກເຂົ້າຮ່ວມເປັນສະມາຊິກໃໝ່ NATO ຂອງສະວີເດັນ ສູ່ລັດຖະສະພາກຸງອັງກາລາ ເພື່ອດຳເນີນການໃຫ້ສັດຕະຍາບັນຕໍ່ໄປ ເຊິ່ງ ອຸຟ ຄຣິສເຕີສັນ (Ulf Kristersson) ນາຍົກລັດຖະມົນຕີຂອງສະວີເດັນ ກໍໄດ້ອອກມາກ່າວວ່າ “ຂ້ອຍດີໃຈ ນີ້ແມ່ນມື້ທີ່ດີຫຼາຍສຳລັບສະວີເດັນ.

ທາງດ້ານ ໂຈ ໄບເດັນ ປະທານາທິບໍດີສະຫະລັດອາເມຣິກາ ກໍອອກມາສະແດງຄວາມຍິນດີຕໍ່ຂ່າວນີ້ ໂດຍກ່າວວ່າ ພວກເຂົາຮູ້ສຶກຍິນດີກັບຄຳໝັ້ນສັນຍາຂອງປະທານາທິບໍດີແອໂດອັນ ທີ່ຈະດຳເນີນການ ໃຫ້ສັດຕະຍາບັນຢ່າງໄວ.

ນອກຈາກນີ້ ຜູ້ນຳ ແລະ ເຈົ້າໜ້າທີ່ລະດັບສູງຂອງສາມະຊິກ NATO ຄົນອື່ນ ກໍໄດ້ສົ່ງສານສະແດງຄວາມຍິນດີຕໍ່ຂ່າວດັ່ງກ່າວເຊັ່ນກັນ.

ແຫຼ່ງຂ່າວ BBC

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...