spot_img
Homeຂ່າວພາຍ​ໃນກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການຝົນຕົກໜັກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການຝົນຕົກໜັກ

Published on

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການ: ສະຫຼຸບສະພາບອາກາດ ແລະ ລະດັບນໍ້າ ໃນໄລຍະວັນທີ 03 ຫາ 09 ກໍລະກົດ 2013 ແລະ ຄາດຄະເນສະພາບອາກາດ ແຕ່ວັນທີ 10 ຫາ 16 ກໍລະກົດ 2023.

I. ສະຫຼຸບສະພາບອາກາດ, ລະດັບນໍ້າ ແລະ ແຜ່ນດິນໄຫວ ໃນໄລຍະວັນທີ 08 ຫາ 0¤ ກໍລະກົດ 2013, 1.1. ສະຫຼຸບສະພາບອາກາດ ແລະ ຝົນ:
ໃນໄລຍະຫນຶ່ງອາທິດຜ່ານມາແຕ່ ວັນທີ 03 ຫາ 04 ກໍລະກົດ 2023 ຄວາມກົດດັນຕໍ່າໄດ້ປົກຄຸມຢູ່ທຸກພາກ ຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງ ອ່ອນ ຫາ ປານກາງ, ຊຶ່ງໄດ້ເຮັດໃຫ້ອາກາດຮ້ອນ ແລະ ໄດ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ຢູ່ໃນ ແຕ່ລະພາກ ແລະ ຕົກປານກາງ ຫາ ຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້. ຈາກນັ້ນ ໄລຍະທ້າຍອາທິດວັນທີ 06 ຫາ 09 ກໍລະກົດ 2013 ບໍລິເວນຄວາມກົດດັນຕໍ່ຂອງອາກາດຮ້ອນໄດ້ເພີ່ມກໍາລັງແຮງ ຂື້ນປົກຄຸມຢູ່ທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງໄດ້ເຮັດໃຫ້ອາກາດ ຮ້ອນຂື້ນ ແລະ ສະພາບຝົນແມ່ນໄດ້ຫຼຸດລົງ ໂດຍສະເພາະຢູ່ແຂວງພາກເຫນືອ, ສ່ວນພາກກາງ ແລະ ພາກໃຕ້ ໄດ້ມີຝົນ ຕົກຟ້າຮ້ອງຟ້າເຫຼື້ອມໃນໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ຫນັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງ
ທ້ອງຖິ່ນ.

ກ. ລາຍງານສະພາບອຸນຫະພູມ: ໃນຫນຶ່ງອາທິດຜ່ານມາສະພາບອຸນຫະພູມອາກາດຮ້ອນໃນແຕ່ລະພາກ, ຊື່ງອຸນຫະພູມ ຕ່ຳສຸດຂີດ ແທກໄດ້ 18 – 26 ອົງສາ ແລະ ສູງສຸດຂີດແທກໄດ້ 27 – 37 ອົງສາ.
– ພາກເຫນືອດ້ານຕາເວັນອອກ: ອາກາດຮ້ອນ, ອຸນຫະພູມສູງສຸດຢຶດ ແທກໄດ້ທີ່ສະຖານີ ວຽງໄຊ 34.6 ອົງສາ (ໃນວັນ 07 ກໍລະກົດ 2023).
– ພາກເຫນືອດ້ານຕາເວັນຕົກ: ອາກາດຮ້ອນ, ອຸນຫະພູມສູງສຸດຂີດແທກໄດ້ທີ່ສະຖານີ ຫຼວງພະຍາງ 37.5 ອົງສາ ໃນວັນທີ 07 ກໍລະກົດ 2023).
– ນະຄອນຫຼວງວຽງຈັນ: ອາກາດຮ້ອນ, ອຸນຫະພູມສູງສຸດຂີດແທກໄດ້ 37.0 ອົງສາ(ໃນວັນທີ 08 ກໍລະກົດ 2023).

– ພາກກາງ: ອາກາດຮ້ອນ,ອຸນຫະພູມສູງສຸດຜິດແທກໄດ້ທີ່ສະຖານີຫຼັກ20 36.0ອົງສາ(ໃນວັນທີ07ກໍລະກົດ 2023).

– ພາກໃຕ້: ອາກາດຮ້ອນ, ອຸນຫະພູມສູງສຸດຂີດແທກໄດ້ທີ່ສະຖານີເຊກອງ 35.5ອົງສາ ໃນວັນທີ07ກໍລະກົດ 2023).

ຂ. ລາຍງານສະພາບຝົນ: ໃນໄລຍະຫນຶ່ງອາທິດຜ່ານມາແຕ່ ວັນທີ 03 ຫາ 09 ກໍລະກົດ 2023 ໄດ້ມີຝົນຕົກຟ້າຮ້ອງ ຟ້າ ເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກ ກາງ ແລະ ພາກໃຕ້. ຊື່ງປະລິມານນໍ້າຝົນ 24 ຊົ່ວໂມງ ແທກໄດ້ແຮງສຸດ ທີ່ສະຖານີ ຊຽງຂວາງ 36.7 ມິນລີແມັດ, ຊໍາ ເຫນືອ 21.8 ມິນລີແມັດ(ໃນວັນທີ 04 ກໍລະກົດ 2023), ອຸດົມໄຊ 42.1 ມິນລີແມັດ, ບໍ່ແກ້ວ 34.3 ມິນລີແມັດ(ໃນ ວັນທີ 8 ກໍລະກົດ 2013), ນະຄອນຫຼວງວຽງຈັນ 26.5 ມິນລີແມັດໃນວັນທີ 03 ກໍລະກົດ 202023), ໄຊສົມບູນ 25.1 ມິນລີແມັດ, ໂພນໂຮງ 53.3 ມິນລິແມັດ, ຫຼັກ20 29.8 ມິນລີແມັດ, ທ່າແຂກ 73.5 ມິນລີແມັດ, ສະຫັວນນະເຂດ 72.2 ມິນລີແມັດ, ເຊໂນ 90.8 ມິນລິແມັດ (ໃນວັນທີ 04 ກໍລະກົດ 2023), ຝາກຊ່ອງ 55.7 ມິນລີແມັດ, ນິຄົມວ່າ 4.3 ມິນນີ້ແມັດ, ດາກຈຶງ 55.7 ມິນລິແມັດ (ໃນວັນທີ 06 ກໍລະກົດ 2023), ສາລະວັນ 33.2 ມິນລີ ແມັດ (ໃນວັນທີ 01 ກໍລະກົດ 2013) ແລະ ອັດຕະປື 9.8 ມິນລີແມັດ (ໃນວັນທີ 8 ກໍລະກົດ 2013).

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...