Homeຂ່າວພາຍ​ໃນປີ 2022 ສິນຄ້າກະສິກໍາໃນລາວທີ່ສົ່ງອອກໄປຈີນມີມູນຄ່າ 1.733 ລ້ານໂດລາ

ປີ 2022 ສິນຄ້າກະສິກໍາໃນລາວທີ່ສົ່ງອອກໄປຈີນມີມູນຄ່າ 1.733 ລ້ານໂດລາ

Published on

ກອງປະຊຸມສໍາມະນາ ກ່ຽວກັບ ການຜະລິດ, ການປຸງແຕ່ງ ແລະ ການສົົ່ງອອກພຶດ ແລະ ຜະລິດຕະພັນພືດໄປ ສປ ຈີນ.

ໃນລະຫວ່າງວັນທີ 29-30 ມີຖຸນາ 2023, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບສະພາການຄ້າ ສປ ຈີນ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບການຜະລິດ, ການປຸງແຕ່ງ ແລະ ການສົົ່ງອອກ ສິນຄ້າກະສິກໍາ ໄປ ສປ ຈີນ ໃນໄລຍະໃໝ່ ຄັັ້ງທີ 2 ຂື້ນຢູ່ທີ່ສູນການຄ້າລາວໄອເຕັກ ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ZHAO WENYU ທີີ່ປຶກສາເສດຖະກິດ-ການຄ້າ ຂອງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມນີ້ບັນດາທ່ານທີ່ມາຈາກ ຫ້ອງການ, ກົມ, ຂະແໜງການກ່ຽວຂ້ອງ ພາກສ່ວນທຸລະກິດ, ຜູ້ປະກອບການເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ໃນປີ 2022 ທີ່ຜ່ານມາ ກໍໄດ້ຈັດກອງປະຊຸມສໍາມະນາ ຄັັ້ງທີ 1 ທີີ່ ຫໍປະຊຸມແຫ່ງຊາດ ຊຶຶ່ງກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບໝາກຜົນທີີ່ດີ ອັນເຮັດໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບນະໂຍບາຍ, ນິຕິກໍາ ແລະ ມາດຖານເງືີ່ອນໄຂ ໃນການສົົ່ງອອກສິນຄ້າກະສິກໍາ ຂອງ ລາວ ໄປ ສປ ຈີນ ນັບແຕ່ຂອດການຜະລິດ, ການປຸງແຕ່ງ, ການຫຸ້ມຫໍ່ ຈົນຮອດການສົົ່ງອອກ ພ້ອມທັງນໍາໄປຈັດຕັັ້ງປະຕິບັດໄດ້ຢ່າງ ຖືກຕ້ອງ ແລະ ຄົບຖ້ວນສໍາລັບພາກລັດ ກໍໄດ້ຄົ້ນຄວ້າພິຈາລະນາ ຂໍ້ສະເໜີຂອງບໍລິສັດ ແລະ ໄດ້ປັບປຸງບາງອັນເຮັດໃຫ້ມີຫຼາຍບໍລິສັດ ທີີ່ສາມາດສົົ່ງອອກໄປຈີນເພີີ່ມຂຶ້ນ, ສິນຄ້າກະສິກໍາທີີ່ສົົ່ງອອກກໍ່ເພີີ່ມຂຶ້ນເປັນຈໍານວນຫຼາຍ ໂດຍເຫັນໄດ້ຈາກຕົວເລກການສົົ່ງອອກ ປີ 2022 ມີມູນຄ່າທັງໝົດ 1.733 ລ້ານໂດລາສະຫະລັດ.

ພ້ອມນີ້ໃນທີ່ປະຊຸມຍັງໄດ້ຮັບຟັງການລາຍງານຈາກທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ມາເຖິງປັດຈຸບັນ ໄດ້ມີບັນດາບໍລິສັດຜູ້ສົ່ງອອກ ທີ່ໄດ້ຂຶ້ນທະບຽນຈະສົ່ງອອກສິນຄ້າກະສິກຳໄປ ສປ ຈີນ ມີທັງໝົດ 243 ບໍລິສັດ ຄືດັ່ງນີ້: ສາລີ 21 ບ/ສ; ມັນຕົ້ນ 33 ບ/ສ; ເຂົ້າສານ 2 ບ/ສ; ໝາກກ້ວຍ 44 ບ/ສ; ໝາກໂມ 28 ບ/ສ; ມັນດ້າງ 8 ບ/ສ; ພືດຕະກູນຖົ່ວ 31 ບ/ສ; ໝາກນອດ 22 ບ/ສ; ໝາກກ້ຽງ 6 ບ/ສ; ໝາກຜຸກ 12 ບ/ສ; ໝາກນາວ 18; ຢາຫົວ 10 ບ/ສ; ເຄືອແດງດ່າງ 7 ບ/ສ; ຢາສູບ 1 ບ/ສ ແລະ ໄດ້ສຳເລັດ ພິທີລົງນາມລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ອົງການບໍລິຫານພາສີ ແຫ່ງ ສປ ຈີນ ກ່ຽວກັບຂໍ້ກໍານົດເງື່ອນໄຂ ດ້ານສຸຂານາໄມພືດເພື່ອສົ່ງອອກພືດຈາກ ສປປ ລາວ ໄປ ສປ ຈີນ ຢ່າງເປັນທາງການ ມີຈຳນວນ 16 ພືດ: ເຂົ້າ, ສາລີ, ມັນຕົ້ນແຫ້ງ, ໝາກໂມ, ໝາກກ້ວຍ, ມັນດ້າງ, ໝາກນ໋ອດສົດ, ໝາກກ້ຽງ, ໝາກນາວ, ໝາກພຸກ, ໝາກຖົ່ວຍາວ, ໝາກຖົ່ວເຫຼືອງຝັກສົດ, ໝາກຖົ່ວເບີ, ຢາຫົວ, ເຄືອແດງດ່າງ ແລະ ໃບຢາສູບແຫ້ງ ໃນທີ່ປະຊຸມຍັງຈະແລກປ່ຽນຄຳຄິດຄຳເຫັນ, ຂໍສະເໜີຕ່າງລະຫວ່າງພາກລັດ ແລະ ຜູ້ປະກອບການຕື່ມອີກ.

ແຫຼ່ງຂ່າວ ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...