Homeຂ່າວພາຍ​ໃນຍ້ອນທໍ່ນ້ຳຕັນເຮັດໃຫ້ຖ້ວມຂັງໃນທຸກໆປີ

ຍ້ອນທໍ່ນ້ຳຕັນເຮັດໃຫ້ຖ້ວມຂັງໃນທຸກໆປີ

Published on

ທໍ່ນ້ຳຕັນເຮັດໃຫ້ນ້ຳຖ້ວມໃນລະດູຝົນເນື່ອງຈາກຄອງນ້ຳບໍ່ສາມາດລະບາຍນ້ຳໄດ້ສະດວກ ເປັນບັນຫາທີ່ເຮົາພົບໃນທຸກໆປີ ບັນຫານີ້ອາດເປັນບັນຫາພຽງເລັກໜ້ອຍ ແຕ່ກໍບໍ່ສາມາດແກ້ໄຂໄດ້.

ໃນທຸກໆປີຂອງລະດູຝົນ ຫຼາຍເຂດທົ່ວປະເທດມັກພົບບັນຫານ້ຳຖ້ວມຍ້ອນທໍ່ນ້ຳບໍ່ສາມາດລະບາຍນ້ຳໄດ້ທັນ ສາເຫດທີ່ທໍ່ນ້ຳຕັນ ໜຶ່ງໃນນັ້ນກໍມາຈາກການຂາດການບຳລຸງຮັກສາທີ່ຖືກຕ້ອງ ແລະ ການອຸດຕັນຂອງຂີ້ເຫຍື້ອ ເມື່ອມີຝົນຕົກໜັກຫຼາຍກວ່າ 1 ຊົ່ວໂມງກໍເຮັດໃຫ້ນ້ຳຖ້ວມ.

ພາຍໃນນະຄອນຫຼວງ ຈຸດທີ່ນ້ຳຖ້ວມເປັນປະຈຳກໍແມ່ນ ສີ່ແຍກທາດຫຼວງ ແລະ ສີ່ແຍກດົງໂດກ-ເສັ້ນທາງ 450ປີ, ເຊິ່ງໃນວັນທີ 9 ກໍລະກົດ 2023 ທີ່ຜ່ານມາ ທີ່ເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີຝົນຕົກໜັກຕັ້ງແຕ່ເວລາ 11:35 ໂມງ ຈົນເຖິງ 13:30 ໂມງ ເຮັດໃຫ້ບໍລິເວນສີ່ແຍກດົງໂດກ-ເສັ້ນທາງ 450ປີ ມີນ້ຳຖ້ວມຂັງ.

ດັ່ງນັ້ນ ຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນ ຈົ່ງພາກັນບໍ່ຖິ້ມຂີ້ເຫຍື້ອ ຫຼື ສິ່ງເສດເຫຼືອໃສ່ທໍ່ລະບາຍນ້ຳ ແລະ ຊ່ວຍກັນກຳຈັດສິ່ງທີ່ໄປອຸດຕັນທໍ່ລະບາຍນ້ຳ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...