Homeຂ່າວທ້ອງຖິ່ນປະຊາຊົນແຂວງເຊກອງ ໄດ້ຊົມໃຊ້ກະແສໄຟຟ້າແລ້ວກວມ 87%

ປະຊາຊົນແຂວງເຊກອງ ໄດ້ຊົມໃຊ້ກະແສໄຟຟ້າແລ້ວກວມ 87%

Published on

ຕາມການລາຍງານຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງ ແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນໄລຍະຜ່ານມາ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ກໍຄື ລັດວິສາຫະກິດໄຟຟ້າລາວສາຂາເຊກອງ ໄດ້ເອົາໃຈໃສ່ຂະຫຍາຍລະບົບຕາຂ່າຍໄຟຟ້າອອກສູ່ຊົນນະບົດເຂດຫ່າງໄກສອກຫຼີກບ່ອນທີ່ມີເງື່ອນໄຂ; ຊຶ່ງປັດຈຸບັນ ມີຕາຂ່າຍໄຟຟ້າຖາວອນເຂົ້າເຖິງບ້ານ 162 ບ້ານ ກວມເອົາ 81,41% ແລະ ມີຫລັງຄາເຮືອນທີ່ໄດ້ໃຊ້ໄຟຟ້າແລ້ວ 18.876 ຫລັງຄາເຮືອນ ກວມເອົາ 87,95% ຂອງຫລັງຄາເຮືອນທັງໝົດ.

ປັດຈຸບັນ ແຂວງເຊກອງ ມີແຫລ່ງຜະລິດພະລັງງານໄຟຟ້າທີ່ດໍາເນີນການຜະລິດແລ້ວ 3 ແຫ່ງຄື: ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່, ເຂື່ອນໄຟຟ້າເຊກະໝານ 3 ແລະ ເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ສາມາດຜະລິດພະລັງງານໄຟຟ້າໄດ້ 2.241,5 ກິໂລວັດໂມງ (KWh). ພ້ອມນີ້, ຍັງມີໂຄງການທີ່ດໍາເນີນການກໍ່ສ້າງ ແລະ ໃກ້ຈະສໍາເລັດຄື: ເຂື່ອນໄຟຟ້ານໍ້າອີມູນມີກໍາລັງຕິດຕັ້ງ 133 ເມກາວັດ, ເຂື່ອນໄຟຟ້າຫ້ວຍລະແງມີກໍາລັງຕິດຕັ້ງ 60 ເມກາວັດ ແລະ ໂຄງການກໍ່ສ້າງໄຟຟ້າພະລັງງານລົມ ມີກໍາລັງຕິດຕັ້ງ 600 ເມກາວັດ; ມີຕາຂ່າຍໄຟຟ້າຄວາມຍາວທັງໝົດ 1.407,69 ກິໂລແມັດ/ວົງຈອນ. ໃນນີ້, ຕາຂ່າຍ 22 Kv ຄວາມຍາວ 948,39 ກິໂລແມັດ/ວົງຈອນ; ຕາຂ່າຍ 12,7 Kv ຄວາມຍາວ 29,89 ກິໂລແມັດ/ວົງຈອນ; ຕາຂ່າຍ 0,23 Kv ຄວາມຍາວ 1,65 ກິໂລແມັດ/ວົງຈອນ ແລະ ລະບົບຕາຂ່າຍ 0,4 Kv ຄວາມຍາວ 427,76 ກິໂລແມັດ/ວົງຈອນ.

ທ່ານ ຂັນຕີ ສີລະວົງສາ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າແຂວງ ກໍຄືຂະແໜງການກ່ຽວຂ້ອງ ຈະສືບຕໍ່ຂະຫຍາຍຕາຂ່າຍໄຟຟ້າອອກສູ່ຊົນນະບົດຫ່າງໄກສອກຫຼີກ ແລະ ບ່ອນທີ່ມີເງື່ອນໄຂ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າລະບົບຖາວອນຢ່າງທົ່ວເຖິງໃນທົ່ວແຂວງ; ສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າທີ່ໄດ້ຜ່ານຂັ້ນຕອນການສຳຫຼວດ ແລະ ກໍາລັງກໍ່ສ້າງໃຫ້ສໍາເລັດ ເພື່ອຜະລິດ ແລະ ຈໍາໜ່າຍກະແສໄຟຟ້າຕາມແຜນທີ່ກໍານົດໄວ້.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...