Homeຂ່າວຕ່າງປະເທດຫຼານເມົາເຫຼົ້າຂໍເງິນ 100 ບາດບໍ່ໄດ້ ເລີຍຄາຕະກຳແມ່ຕູ້

ຫຼານເມົາເຫຼົ້າຂໍເງິນ 100 ບາດບໍ່ໄດ້ ເລີຍຄາຕະກຳແມ່ຕູ້

Published on

ໃນວັນທີ 3 ກໍລະກົດ 2023 ເຈົ້າໜ້າທີ່ໄທໄດ້ລາຍງານວ່າ ພົບແມ່ຕູ້ ອາຍຸ 79 ປີ ນອນເສຍຊີວິດໃນສວນ ທີ່ຂອນແກ່ນ ປະເທດໄທ ຈາກການກວດສອບສະພາບສົບພົບວ່າ ຖືກແທງດ້ວຍມີດຢູ່ ຄໍ 1 ບ່ອນ ແລະ ບໍລິເວນເອິກອີກ 3 ບ່ອນ ແລະ ເມື່ອກວດສອບບໍລິເວນເຮືອນ ກໍພົບມີດປາຍແຫຼມຍາວ 20 ຊັງຕີແມັດ ຢູ່ໃນອ່າງລ້າງຈານ ຢູ່ໃກ້ກັນນັ້ນກໍພົບກອງເລືອດ ແລະ ເກີບແຕະຂອງຜູ້ເສຍຊີວິດ, ຈາກເຫດການໃນຄັ້ງນີ້ເຈົ້າໜ້າທີ່ຄາດວ່າແມ່ນຫຼານຊາຍທີ່ຄາຕະກຳແມ່ຕູ້ຂອງຕົນເອງ.

ຕໍ່ມາເຈົ້າໜ້າທີ່ຕິດຕາມຜູ້ຖືກສົງໄສທີ່ວ່າຈະເປັນຜູ້ກໍ່ເຫດ ໂດຍພົບທ້າວ ສຸວິດ ອາຍຸ 28 ປີ ເຊິ່ງກຳລັງຢູ່ໃນອາການເມົາ ຂະນະທີ່ກຽມຈະໜີ ຕຳຫຼວດຈຶ່ງຈັບໂຕມາສວບສວນ.

ເຈົ້າໜ້າທີ່ໄດ້ຮູ້ວ່າ ຜູ້ກ່ຽວເປັນຫຼານຊາຍແທ້ໆຂອງຜູ້ເສຍຊີວິດ ກ່ອນມື້ເກີດເຫດຜູ້ກ່ຽວໄດ້ດື່ມເຫຼົ້າມາເປັນມື້ທີ 3 ແລ້ວ ແລະ ຈະຂໍເງິນ 100 ບາດເພື່ອໃສ່ນ້ຳມັນລົດໄປວຽກ ແຕ່ຖືກແມ່ຕູ້ປະຕິເສດບໍ່ໃຫ້ ເຮັດໃຫ້ເກີດໃຈຮ້າຍ ຂາດສະຕິ ຈຶ່ງໄດ້ໃຊ້ມີດປາຍແຫຼມແທງແມ່ຕູ້ຈົນເສຍຊີວິດ ແລ້ວກໍອຸ້ມໄປຖິ້ມໄວ້ສວນຢູ່ຝາກກົງກັນຂ້າມເຮືອນ.

ນ້ອງຊາຍຂອງຜູ້ເສຍຊີວິດກໍບອກອີກວ່າ ຜູ້ກ່ຽວນັ້ນເຄີຍໄດ້ເຂົ້າບຳບັດອາການທາງປະສາດ ເນື່ອງຈາກວ່າເຄີຍເສບຢາເສບຕິດ ແລະ ເມື່ອຢູ່ບ້ານກໍມັກໂວຍວາຍຄົນດຽວ ພ້ອມກັບດື່ມເຫຼົ້າເປັນປະຈຳ.

ແຫຼ່ງຂ່າວ sanook

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...