spot_img
Homeຂ່າວຕ່າງປະເທດກະຊວງການຄ້າຂອງຈີນປະກາດຄວບຄຸມການສົ່ງອອກແຮ່ທາດຫາຍາກ

ກະຊວງການຄ້າຂອງຈີນປະກາດຄວບຄຸມການສົ່ງອອກແຮ່ທາດຫາຍາກ

Published on

ໃນວັນທີ 3 ກໍລະກົດ 2023 ກະຊວງການຄ້າຈີນ ປະກາດຄວບຄຸມການສົ່ງອອກແຮ່ທາດຫາຍາກ ເຊັ່ນ ແກລລຽມ 8 ຊະນິດ ແລະ ເຈີີເມນຽມ 6 ຊະນິດ ເຊິ່ງເປັນສ່ວນປະກອບທີ່ສຳຄັນທີ່ໃຊ້ໃນອຸດສາຫະກຳເຕັກໂນໂລຊີ, ເພື່ອປົກປ້ອງຜົນປະໂຫຍດ ແລະ ຄວາມໝັ້ນຄົງຂອງຊາດ.

ທັ້ງນີ້ ຂໍ້ກຳນົດໃໝ່ລະບຸວ່າ ການຂົນສົ່ງທາດເຫຼົ່ານີ້ອອກນອກປະເທດຈີນຈະຕ້ອງໄດ້ຮັບອະນຸຍາດ ເຊິ່ງຈະເລີ່ມປະຕິບັດຕັ້ງແຕ່ວັນທີ 1 ສິງຫາ 2023 ເປັນຕົ້ນໄປ ຜູ້ສົ່ງອອກຈາກຕ້ອງຜ່ານຂັ້ນຕອນຕ່າງໆໃນການຂໍໃບອະນຸຍາດສົ່ງອອກ ຜູ້ທີ່ລະເມີດສົ່ງອອກຜະລິດຕະພັນເຫຼົ່ານີ້ໂດຍບໍ່ໄດ້ຮັບອະນຸຍາດ ແລະ ສົ່ງອອກເກີນປະລິມານທີ່ອະນຸຍາດ ຈະຕ້ອງຖືກລົງໂທດຕາມກົດລະບຽບ.

ແກລລຽມ ແລະ ເຈີີເມນຽມ ແມ່ນທາດທີ່ນິຍົມໃຊ້ໃນອຸດສາຫະກຳລົດໄຟຟ້າ ຜະລິດຊິບ ອຸປະກອນສື່ສານ ແລະ ອື່ນໆ ທີ່ເປັນການຜະລິດທາງຍຸດທະສາດ ເປັນໂຄງສ້າງພື້ນຖານໃນການພັດທະນາເຕັກໂນໂລຊີໃໝ່ໆ.

ແຫຼ່ງຂ່າວ ChinaDaily

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...