spot_img
Homeຂ່າວພາຍ​ໃນແຂວງອັດຕະປື ທຳລາຍເຄື່ອງມືຫາປາທີ່ຜິດກົດໝາຍ

ແຂວງອັດຕະປື ທຳລາຍເຄື່ອງມືຫາປາທີ່ຜິດກົດໝາຍ

Published on

ໃນວັນທີ 4 ກໍລະກົດ 2023 ທີ່ຫ້ອງຕຳຫຼວດພະແນກຕຳຫຼວດສິ່ງແວດລ້ອມ ກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ໄດ້ຈັດພິທີທຳລາຍເຄື່ອງມືຫາປາທີ່ຜິດກົດໝາຍ ປະເພດ ໝໍ້ດູດ-ໝໍ້ຊ໋ອດປາ.

ທ່ານ ພັນໂທ ຄຳໄຫວ ແດງຄຳໃບ ຫົວໜ້າພະແນກສິ່ງແວດລ້ອມ ກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ໄດ້ລາຍງານຜົນການເຄື່ອນໄຫວເຮັດວຽກສະກັດກັ້ນການລັກລອບຫາປາ ແລະ ສັດນໍ້າອື່ນໆໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຊິ່ງໃນກາງເດືອນ ພຶດສະພາ 2023 ຜ່ານມານີ້ວ່າ: ພາຍຫຼັງເຈົ້າໜ້າທີ່ຕໍ່າຫຼວດສິ່ງແວດລ້ອມ ປກສ ແຂວງ ໄດ້ປະຕິບັດວຽກງານວິຊາສະເພາະຕາມເຂດແມ່ນໍ້າເຊກອງເມືອງສາມັກຄີໄຊແຂວງອັດຕະປື ໄດ້ພົບເຫັນປະຊາຊົນຈຳນວນໜຶ່ງທີ່ລັກລອບນຳໃຊ້ເຄື່ອງໜໍ້ຊ໋ອດປາໂດຍບໍຖືກຕ້ອງຕາມກົດໝາຍ, ດັ່ງນັ້ນທາງເຈົ້າໜ້າທີ່ກໍ່ໄດ້ກັກຕົວຜູ້ກ່ຽວພ້ອມຂອງກາງເຂົ້າຫ້ອງການ, ຜ່ານການສືບສວນຜູ້ກ່ຽວກໍ່ໄດ້ຮັບສາລະພາບວ່າ: ແມ່ນໄດ້ເຄີຍເຄື່ອນໄຫວກະທຳມາຫຼາຍຄັ້ງແລ້ວ, ສ່ວນເຄື່ອງຊ໋ອດ-ໝໍ້ດູດປາ ແມ່ນໄດ້ຊື້ມາຈາກຮ້ານແຫ່ງໜື່ງທີ່ຂາຍຢູ່ຕະຫຼາດເມືອງໃໝ່ ເມືອງສາມັກຄີໄຊ ແຂວງອັດຕະປື, ຈາກນັ້ນເຈົ້າໜ້າທີ່ຕຳຫຼວດຈິ່ງໄດ້ເຮັດຕາມຂັ້ນຕອນລະບຽບກົດໝາຍ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງພ້ອມກັບອຳນາດການປົກຄອງບ້ານໄດ້ລົງກວດຄົ້ນຮ້ານແຫ່ງໜຶ່ງຢູ່ຕະຫຼາດເມືອງໃໝ່ເມືອງສາມັກຄີໄຊແຂວງອັດຕະປື.

ຜ່ານການກວດຄົ້ນໄດ້ພົບເຫັນຂອງກາງທີ່ຜິດກົດໝາຍ ປະເພດ ໝໍ້ດູດ-ໝໍ້ຊ໋ອດຈຳນວນ 13 ເຄື່ອງ, ເຈົ້າໜ້າທີ່ກໍ່ໄດ້ນໍາພໍ່ຄ້າຂາຍເຄື່ອງດັ່ງກ່າວນໍາມາສືບສວນ-ສອບສວນ ແລະໄດ້ຮັບສາລະພາບວ່າ: ໄດ້ນຳເຄື່ອງດັ່ງກ່າວເຂົ້າມາແຕ່ປີ 2022 ທີ່ຮ້ານແຫ່ງໜື່ງຢູ່ຕະຫຼາດຊັງຈຽງເມືອງສີໂຄດຕະບອງນະຄອນຫຼວງວຽງຈັນ ມີຈຳນວນ 20 ເຄື່ອງ, ໄດ້ຂາຍອອກແລ້ວ 7 ເຄື່ອງ, ສ່ວນຜູ້ກ່ຽວທີ່ກະທຳຜິດໃຊ້ໝໍ້ຊ໋ອດ-ໝໍ້ດູດປາ ແລະ ຜູ້ຂາຍແມ່ນທາງເຈົ້າໜ້າທີ່ໄດ້ສືກສາອົບຮົມ ແລະ ປັບໃໜຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້.

ແຫຼ່ງຂ່າວ ຂ່າວສານອອນລາຍ ອັດຕະປື

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...