Homeຂ່າວຢາເສບຕິດປກສ ເມືອງຕົ້ນເຜິ້ງ ຢຶດຢາເສບຕິດ ປະເພດຢາບ້າ 2.800.000 ເມັດ

ປກສ ເມືອງຕົ້ນເຜິ້ງ ຢຶດຢາເສບຕິດ ປະເພດຢາບ້າ 2.800.000 ເມັດ

Published on

ອີງຕາມວາລະສານ ປ້ອງກັນຄວາມສະຫງົບ ລາຍງານໃນວັນທີ 29 ມິຖຸນາ 2023 ເວລາປະມານ 23 ໂມງຜ່ານມາ, ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຮ່ວມກັບກອງກໍ່ສ້າງຮາກຖານ 918 ໄດ້ຢຶດຢາເສບຕິດ ປະເພດຢາບ້າ 2.800.000 ເມັດ ໃນຄະນະທີ່ກຳລັງຂົນຂື້ນຝັງນໍ້າຂອງ ພ້ອມກັກຕົວຜູ້ຖືກຫາໄດ້ 2 ຄົນ.

ຄະດີດັ່ງກ່າວ, ເບື້ອງຕົ້ນ ເຈົ້າໜ້າທີ່ຕໍາຫຼວດ ວິຊາສະເພາະ ກອງບັນຊາການ ປກສ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ສົມທົບກັບກອງກໍ່ສ້າງຮາກຖານ 198 ໄດ້ອອກກວດກາລາດຕະເວນຕາມລໍາແມ່ນໍ້າຂອງເຂດບ້ານສີບຸນ ເຮືອງ-ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ພໍເຄື່ອນໄຫວໄປຮອດເຂດບ້ານມ່ວງຄຳ ໄດ້ພົບເຫັນເຮືອກາບ ນ້ອຍຂີ່ຂ້າມນໍ້າຂອງຈາກແຕ່ປະເທດມຽນມາ ເຂົ້າມາຟັງລາວ ຈອດຢູ່ທ່າເຮືອບ້ານມ່ວງຄໍາ, ຈາກນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ຕິດຕາມ ໄດ້ພົບເຫັນກຸ່ມຄົນດັ່ງກ່າວ ກໍາລັງຂົນຢາເສບຕິດຂຶ້ນທ່າເຮືອດັ່ງກ່າວ ເຈົ້າໜ້າທີ່ຈິ່ງໄດ້ເຂົ້າຈັບກຸ່ມຄົນດັ່ງກ່າວ ແຕ່ກຸ່ມຄົນດັ່ງກ່າວແມ່ນໄດ້ເອົາຕົວຫຼົບໜີບາງຈຳນວນກໍໄດ້ຂີ່ເຮືອທີ່ຍັງມີຢາເສບຕິດຫຼົບໜີ.

ອີກຈຳນວນໜື່ງແມ່ນໄດ້ໜີເຂົ້າມາໃນເຮືອນຂອງປະຊາຊົນເຂດດັ່ງກ່າວ, ເຈົ້າໜ້າທີ່ໄດ້ນໍາເຂົ້າກວດ ຄົ້ນໃນຂອບເຂດເຮືອນ ທີ່ພວກກ່ຽວເຂົ້າລີ້ຊ້ອນ ຈິ່ງໄດ້ພົບເຫັນຜູ້ຊາຍ 2 ຄົນ ທີ່ລີ້ຢູ່ຂ້າງກຳແພງ ແລະ ໃນຫ້ອງນອນ ຈິ່ງກັກຕົວພວກກ່ຽວ ຊື່ ທ້າວ ຄຳແອນ ຫົງມະນີພອນ ອາຍຸ 22ປີ ຢູ່ບ້ານຢາງຄໍາ ເມືອງຕົ້ນເຜີ້ງ ແລະ ທ້າວ ດອນ ວັນໄຊ ອາຍຸ 22 ປີ ຢູ່ບ້ານມ່ວງຄໍາ ເມືອງຕົ້ນເຜີ້ງໄປສອບສວນຈະຫຍາຍຜົນ.
ຂອງກາງຢາເສບຕິດ ທີ່ຢຶດໄດ້ ມີປະເພດຢາບ້າຢູ່ຂອບເຂດເຮືອນຫັງດັ່ງກ່າວມີດັ່ງນີ້: ຢາບ້າຈຳນວນ 14 ເປົ້າ, ມີ 1400 ມັດ, ເທົ່າກັບ 2.800.000 ເມັດ, ໂທລະສັບຈຳນວນ 4 ໜ່ວຍ, ເງິນບາດຈໍານວນ 129.000 ບາດ, ປື້ມບັນຊີເງິນຝາກຈຳນວນ 1 ຫົວ.

ທີ່ມາ: ວາລະສານ ປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...