Homeຂ່າວພາຍ​ໃນແຂວງອັດຕະປື ເປີດປະມູນຂາຍໄມ້ທີ່ຍຶດໄດ້ ບໍລິມາດ 69.064 ແມັດກ້ອນ

ແຂວງອັດຕະປື ເປີດປະມູນຂາຍໄມ້ທີ່ຍຶດໄດ້ ບໍລິມາດ 69.064 ແມັດກ້ອນ

Published on

ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື (ຄະນະກໍາມະການປະມູນຊື້ – ຂາຍໄມ້ຂັ້ນແຂວງ) ໄດ້ອອກແຈ້ງການ ສະບັບເລກ ທີ 24/ອຄ.ອປ, ລົງວັນທີ 22 ມີຖຸນາ 2023 ເຊີນປະມູນຂາຍໄມ້ຍຶດຂອງແຂວງອັດຕະປື ທີ່ຈະປະມູນຂາຍ ມີຈໍານວນທັງໝົດ 11 ບັນຊີ ເທົ່າກັບ 860 ຕັບ/ໂຕ, ບໍລິມາດ: 69.064 ແມັດກ້ອນ (ຫົກສິບເກົ້າຈຸດສຸນຫົກສີ່ແມັດກ້ອນ).

ໄລຍະເວລາໃນການຂາຍຊອງປະມູນໃນໂມງລັດຖະການ ນັບແຕ່ວັນທີ 22/06/2023 ຫາ 05/07/2023. ກໍານົດວັນເວລາມື້ເປີດຊອງປະມູນແມ່ນເວລາ 9:00 ໂມງເຊົ້າ ຂອງວັນທີ 06/07/2023 ທີ່ ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າແຂວງອັດຕະປື.

ອີງຕາມ ແຈ້ງການເລກທີ 24/ອຄ.ອປ ລົງວັນທີ 22 ມິຖຸນາ 2023 ເຊີນເຂົ້າຮ່ວມປະມູນຊື້ໄມ້ບ້ວງໄມ້ຍຶດມາໄດ້ ດັ່ງມີລາຍລະອຽດອັນສໍາຄັນດັ່ງນີ້:

ຜູ້ທີ່ໄດ້ເງື່ອນໄຂເພື່ອເຂົ້າຮ່ວມປະມູນຊື້ໄມ້ຍຶດຂອງແຂວງ:

  1. ຜູ້ທີ່ມີໂຮງງານປຸງແຕ່ງໄມ້, ເຟີນີເຈີປຸງແຕ່ງໄມ້ທີ່ມີທະບຽນຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ ຢູ່ພາຍໃນແຂວງ ແລະ ຕ່າງແຂວງ ທີ່ຍັງດໍາເນີນກິດຈະການຢູ່.
  2. ຜູ້ທີ່ມີສິດເຂົ້າຮ່ວມປະມູນ ຕ້ອງແມ່ນຜູ້ອໍານວຍການ ຫຼື ຕົວແທນ ບໍລິສັດ ຫຼື ໂຮງງານປຸງແຕ່ງໄມ້ ທີ່ຖືກມອບສິດ ຫລື ສາມາດຕັດສິນບັນຫາໃນການປະມູນໄດ້.

ສະນັ້ນ, ຜູ້ທີ່ໄດ້ເງື່ອນໄຂທີ່ມີຄວາມສົນໃຈສາມາດຕີິດຕໍ່ພົວພັນຊື້ແບບຟອມຊອງປະມູນທີ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື (ຂະແຫນງການຄ້າຕ່າງປະເທດ) ໃນໂມງລັດຖະການ. ການກໍານົດວັນເວລາຂາຍຊອງປະມູນ ແມ່ນ 10 ວັນລັດຖະການ (ນັບແຕ່ວັນທີ 22/06/2023 ຫາ 05/07/2023). ລາຄາຊອງປະມູນ: 1.000.000 ກີບ/ຊອງ (ສໍາລັບຄ່າຊອງປະມູນນັ້ນ ແມ່ນບໍ່ໄດ້ສົ່ງຄືນ).

ກໍານົດວັນເວລາມື້ເປີດຊອງປະມູນແມ່ນເວລາ 9:00 ໂມງເຊົ້າ ຂອງວັນທີ 06/07/2023, ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື ຖ້າກາຍຖືວ່າສະຫຼະສິດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...