Homeຂ່າວຕ່າງປະເທດອັນຕະລາຍ! ຜູ້ໂດຍສານຖືກທາງເລື່ອນໃນສະໝານບິນ ດູດຂາດ

ອັນຕະລາຍ! ຜູ້ໂດຍສານຖືກທາງເລື່ອນໃນສະໝານບິນ ດູດຂາດ

Published on

ໃນວັນທີ 29 ມິຖຸນາ 2023, ເກີດເຫດຜູ້ໂດຍສານຖືກທາງເລື່ອນດູດຂາຂາດ ບໍລິເວນອາຄານຜູ້ໂດຍສານຂາເຂົ້າ ທີ່ສະໜາມບິນດອນເມືອງ ປະເທດໄທ ເບື້ອງຕົ້ນເຈົ້າໜ້າທີ່ໄດ້ນຳຕົວຜູ້ບາດເຈັບສົ່ງໂຮງໝໍເປັນທີ່ຮຽບຮ້ອຍແລ້ວ.

ຫຼ້າສຸດ ທ່ານ ກາຣັນ ທົນກຸນຈີລຣະພັດ ຜູ້ອຳນວຍການສະໜາມບິນດອນເມືອງໄດ້ເປີດເຜີຍວ່າ: ເຫດການທີ່ເກີດຂຶ້ນ ທີ່ອາຄານຜູ້ໂດຍສານພາຍໃນປະເທດຂາເຂົ້າ ບໍລິເວນ Pier4 ເກີດຍຸບໂຕລົງໃນຂະນະທີ່ມີຜູ້ໂດຍສານໃຊ້ງານ, ຈາກການກວດສອບກ້ອງວົງຈອນປິດ ທີ່ເຫັນພາບໃນໄລຍະໄກ ຜູ້ບາດເຈັບເປັນຜູ້ຍິງ ເຊິ່ງກຳລັງຈະເດີນທາງໄປ ແຂວງນະຄອນສີທຳມະຣາດ ທາງຍ່າງ south Corridor ລະຫວ່າງ Pier4-Pier5 ອາຄານຜູ້ໂດຍສານພາຍໃນປະເທດອາຄານ 2.

ໂດຍພາບຈາກກ້ອງວົງຈອນປິດເຫັນພາບ ກ່ອນເກີດເຫດ, ກະເປົາໄປກະທົບທີ່ຂາຊ້າຍຂອງຜູ້ໂດຍສານ ລະຫວ່າງຜູ້ໂດຍສານຢູ່ເທິງທາງເລື່ອນ ຈາກນັ້ນກໍລົ້ມລົງ ແລະ ຂາຊ້າຍຖືກດູດຈົນຂາດ ເຊິ່ງທາງເຈົ້າໜ້າທີ່ຫຼາຍພາກສ່ວນ ເລັ່ງກວດສອບເຫດການທີ່ເກີດຂຶ້ນ.

ທີ່ມາ: ໄທລັດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...