spot_img
Homeຂ່າວຄວາມສະຫງົບຈັບຜູ້ຄ້າຂາຍສິ່ງເສບຕິດ ປະເພດໃບກະທ້ອມ ທີ່ບ້ານນາ ເມືອງສີໂຄດຕະບອງ

ຈັບຜູ້ຄ້າຂາຍສິ່ງເສບຕິດ ປະເພດໃບກະທ້ອມ ທີ່ບ້ານນາ ເມືອງສີໂຄດຕະບອງ

Published on

ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຂໍ້ມູນໃຫ້ຮູ້ວ່າ: ໃນວັນທີ 19 ມິຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະໄດ້ລົງແກ້ໄຂກຸ່ມເປົ້າໝາຍຂົນສົ່ງຢາເສບຕິດປະເພດໃບກະທ້ອມ ໄດ້ທັງໝົດ 599,7 ກິໂລກຼາມ ຢູ່ເຂດບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ແລະ ເຂດບ້ານນາຖົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມກັກຕົວຜູ້ຖືກຫາໄດ້ທັງໝົດ 5 ຄົນ, ຍິງ 1 ຄົນ ແລະ ຍຶດພາຫະນະນຳໃຊ້ໃນການຂົນສົ່ງມາດຳເນີນການສອບສວນ.

ທ່ານ ພທ ດາວົງ ພຸມມະວົງ ຫົວໜ້າພະແນກ ປດກສ ເມືອງສີໂຄດຕະບອງ ໄດ້ເລົ່າວ່າ: ໃນຄັ້ງວັນທີ 19 ມິຖຸນາ 2023 ເວລາ 12:30 ນາທີຜ່ານມາ, ເຈົ້ານ້າທີ່ຕຳຫຼວດໜ່ວຍງານສະກັດກັ້ນ ຕ້ານຢາເສບຕິດ, ພະແນກຕຳຫຼວດກອງບັນຊາການ ປກສ ເມືອງສິໂຄດຕະບອງ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີການຊື້ຂາຍ ສິ່ງເສບຕິດປະເພດໃບກະທ້ອມ ຢູ່ເຂດບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈາກນັ້ນເຈົ້າໜ້າທີ່ກໍໄດ້ຈັດຕັ້ງກຳລັງລົງຕິດຕາມກວດກາ ຈຶ່ງສາມາດກັກຕົວເປົ້າໝາຍ ຊື່ທ້າວອາລັນ ພ້ອມດ້ວຍຂອງກາງລວມໃບກະທ້ອມນ້ຳໜັກ 700 ກຼາມ ພ້ອມຢາດີໄອຝາແດງ 12 ແກ້ວ.

ຜ່ານການສືບສວນສອບສວນຜູ້ກ່ຽວຮັບສາລະພາບ ແລະ ຊັກທອດໄປຫາ ທ້າວໂຈນີ ແລະ ນາງນ້ຳຝົນ ເຈົ້າໜ້າທີ່ຈຶ່ງໄ້ທຳການຂະຫຍາຍຜົນຕິດຕາມ, ຊອກຫາ ຈົນມາຮອດເວລາ 15:30 ນາທີ ຂອງວັນດຽວກັນເຈົ້າໜ້າທີ່ກໍສາມາດກັກຕົວທັງ 2 ໄດ້, ຜ່ານການສືບບສວນ-ສອບສວນ ຜູ້ກ່ຽວໄດ້ຊັກທອດຫາບຸກຄົນທີ 3, ຊື່ວ່າທ້າວ ໄຊປະເສີດ ແລະ ທ້າວ ເກດສະດາ ທີ່ເປັນສອງອ້າຍນ້ອງກັນ ຜ່ານການເກັບກຳຂໍ້ມູນ ແລະ ຕິດຕາມເປົ້າໝາຍ ຈົນມາຮອດເວລາ 16:50 ນາທີ, ຂອງວັນດຽວກັນ ຈຶ່ງພົບເຫັນເປົ້າໝາຍໄດ້ຂັບຂີ່ລົດກະບະຮຸ່ນໄດ ໝາຍເລກທະບຽນ ກນ 5260 ກຳແພງນະຄອນ, ເຂົ້າໄປທີ່ບ້ານທ້າວເກດສະດາ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ທຳການກວດກາລົດຄັນດັ່ງກ່າວ ເຊິ່ງພາຍໃນລົດພົບເຫັນໃບກະທ້ອມຈຳນວນ 42 ເປົາ ແລະ ລົດຈັກ ຄລິກໄອ ສີແດງ ປ້າຍໄທ 1 ຄັນ, ຈຳນວນໃບກະທ້ອມດັ່ງກ່າວໄດ້ຊຸກເຊື່ອງ ຫຼື ປະປົນກັບສິນຄ້າປະເພດເຄື່ອງແຫ້ງທີ່ນຳເຂົ້າຈາກປະເທດເພື່ອນບ້ານ, ນອກນັ້ນກໍຍັງໄດ້ກວດກາບໍລິເວນເຮືອນກໍພົບເຫັນໃບກະທ້ອມຈຳນວນ 1 ເປົາລວມທັງໝົດໃບກະທ້ອມທີ່ກວດພົບເຫັນໃນສະຖາທີ່ດັ່ງກ່າວ ມີຈຳນວນ 43 ເປົາ ນ້ຳໜັກລວມ 599 ກິໂລກຼາມ, ຈາກນັ້ນເຈົ້າໜ້າທີ່ຈຶ່ງນຳໂຕທ້າວ ໄຊປະເສີດ ແລະ ທ້າວເກດສະດາ ທັງສອງອ້າຍນ້ອງ ພ້ອມຂອງກາງມາທີ່ ປກສ ເມືອງສີໂຄດຕະບອງ ເພື່ອທຳການສືບສວນ-ສອບສວນ ຂະຫຍາຍຜົນຕໍ່ໄປ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...