Homeຂ່າວພາຍ​ໃນສສຊ ສະເໜີບັນຫາພ້ອມກັບແກ້ໄຂບັນຫາເງິນເຟີ້ໃນ ສປປ ລາວ

ສສຊ ສະເໜີບັນຫາພ້ອມກັບແກ້ໄຂບັນຫາເງິນເຟີ້ໃນ ສປປ ລາວ

Published on

ໃນວາລະດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ 2023 ນີ້, ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ປະກອບຄຳເຫັນກ່ຽວກັບການປະເມີນການອອກພັນທະບັດ ມີປະສິດທິຜົນແລ້ວບໍ ພ້ອມຢືນຢັນວ່າ ເງິນຕາຕ່າງປະເທດ ຢູ່ນອກລະບົບມີຫຼາຍ.

ການອອກພັນທະບັດນີ້ຍັງບໍ່ສາມາດມັນຕອບໂຈດເລື່ອງບັນຫາເງິນເຟີ້ ເນື່ອງຈາກປະຊາຊົນລາວສ່ວນຫຼາຍແມ່ນນຳໃຊ້ເງິນ 3-4 ສະກຸນ ເມື່ອອອກພັນທະບັດມາກໍພຽງແຕ່ດູດເງິນກີບເຂົ້າໄປ ແລະ ເຮັດໃຫ້ລະບົບທະນາຄານບໍ່ມີເງິນກີບ ແຕ່ເງິນກີບກໍຍັງອ່ອນຄ່າຄືເກົ່າ ເນື່ອງຈາກປະຊາຊົນຍັງໃຊ້ເງິນສະກຸນອື່ນ ເພາະບໍ່ໄດ້ຜິດກົດໝາຍ.

ອີກບັນຫາໜຶ່ງທີ່ເປັນການອ່ອນຄ່າເງິນກີບນັ້ນກໍຄື ຍິ່ງມີແຈ້ງການຊຳລະຄ່າໄຟຟ້າເປັນເງິນຕາ ຍິ່ງເປັນການເຮັດໃຫ້ເງິນກີບອ່ອນຄ່າລົງ.

ພ້ອມນີ້ ທ່ານ ນາງ ວາລີ ເວດສະພົງ ຍັງສະເໜີວິທີການດູດເງິນຕາເຂົ້າລະບົບ ເຖິງວ່າປະຊາຊົນ ແລະ ທະນາຄານທຸລະກິດຈະໄດ້ຮັບຜົນກະທົບເລື່ອງຄວາມຫຍຸ້ງຍາກກໍຕາມ ແຕ່ມັນເປັນຜົນດີໃນອະນາຄົດດກ່ຽວກັບຄ່າຂອງເງິນກີບ ແລະ ຮຽກຮ້ອງໃຫ້ລັດຖະບານອອກມາແກ້ໄຂກໍຄື ຂ່າວກ່ຽວກັບປະເທດລາວຫັນມາໃຊ້ເງິນຢວນ ເຊິ່ງມັນສ້າງຄວາມເສຍຫາຍ ແລະ ສ້າງຄວາມບໍ່ເຊື່ອໝັ້ນໃຫ້ແກ່ສະກຸນເງິນກີບ.

ສະເໜີໃຫ້ລັດຖະບານ ຊຸກຍູ້ນະໂຍບາຍກ່ຽວກັບລົດໄຟຟ້າ ເນື່ອງຈາກສປປ ລາວ ເປັນແຫຼ່ງຜະລິດໄຟຟ້າຂະໜາດໃຫຍ່ໃນອາຊີ ທັ້ງນີ້ກໍເພື່ອເປັນການຫຼຸດຜ່ອນການນຳເຂົ້ານ້ຳມັນ ເພາະເປັນການກົດດັນເລື່ອງການໃຊ້ເງິນຕາອີກດ້ວຍ ແລະ ຢາກໃຫ້ທາງລັດຖະບານເຈລະຈາແກ້ໄຂໃນການຊື້-ຂາຍແຮ່ທາດ ໃຫ້ນຳໃຊ້ເປັນກີບ ເພາະເປັນສິ່ງທີ່ເຮົາໄດ້ປຽບ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...