spot_img
Homeຂ່າວການຢ້ຽມຢາມປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ

Published on

ໃນຕອນບ່າຍ ຂອງວັນທີ 27 ມິຖຸນາ 2023 ຜ່ານມາ, ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພະນະທ່ານ ອັນວາ ອິບບຣາຮິມ (Anwar Ibrahim), ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມຢ່າງເປັນທາງການ ຢູ່ ສປປ ລາວ ໃນວັນທີ 26-27 ມິຖຸນາ 2023.

ໃນໂອກາດນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ພະນະທ່ານ ນາຍົກລັດຖະມົນຕີ ອັນວາ ອິບບຣາຮິມ ແລະ ຄະນະ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການພົບປະສອງຝ່າຍກັບ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ໄມຕີຈິດມິດຕະພາບ ໄປຍັງ ສົມເດັດ ອັນ-ຊຸນຕານ ອັບດຸນລາ ຣິ ອາຢາຕຸດິນ ອັນ-ມຸສຕາຟາ ບິນລາຊາ ອິບນີ ອັນ-ມາຣຸມ ຊຸນຕານ ຮາຈິ ອາມັດ ຊາ ອັນ-ມຸສຕາອິນ ບິນລາ (His Majesty The YDP Agong Al-Sultan Abdullah Ri’ayatuddin Al-Mustafa Billah Shah), ເຈົ້າຊີວິດ ແຫ່ງ ມາເລເຊຍ.

ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫລອດໄລຍະຜ່ານມາ ເຊິ່ງສະແດງອອກໃນຫລາຍກິດຈະກໍາ ແມ່ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ສອງຝ່າຍໄດ້ມີການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ໃນຫລາຍລະດັບ ຢ່າງເປັນປົກກະຕິ. ການພົວພັນຮ່ວມມືໃນຂະແໜງການຕ່າງໆ ກໍໄດ້ຮັບການພັດທະນາຂຶ້ນເປັນກ້າວໆ, ດ້ານການຄ້າ ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ; ການລົງທຶນຂອງມາເລເຊຍ ຢູ່ ສປປ ລາວ ຈັດເປັນອັນດັບທີ 5 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ, ເຊິ່ງມີມູນຄ້າ 924 ລ້ານໂດລາສະຫະລັດ, ກວມເອົາ 46 ໂຄງການ; ດ້ານພະລັງງານ ມີການຮ່ວມມືທີ່ມີຜົນສໍາເລັດດີ, ເຂື່ອນໄຟຟ້າດອນສະໂຮງ ມີປະສິດທິພາບ, ທັງໄດ້ຂາຍໄຟຟ້າໃຫ້ແກ່ກໍາປູເຈຍ; ການສ້າງຊັບພະຍາກອນມະ ນຸດ ໃຫ້ແກ່ ສປປ ລາວ ໄດ້ຮັບປະສິດທິຜົນດີ. ສະເໜີຝ່າຍມາເລເຊຍ ສືບຕໍ່ເພີ່ມທະວີຕື່ມ ແລະ ອື່ນໆ, ພ້ອມທັງໄດ້ເນັ້ນໃຫ້ ສອງນາຍົກລັດຖະມົນຕີ ລາວ ແລະ ມາເລເຊຍ ສືບຕໍ່ຊຸກຍູ້ເພີ່ມທະວີການພົວພັນຮ່ວມມືໃນຫລາຍໆດ້ານ ເຊັ່ນ: ການຄ້າໃຫ້ບັນລຸກາຍ 1 ຕື້ໂດລາສະຫະລັດ, ການລົງທຶນໃຫ້ເພີ່ມຂຶ້ນ ແລະ ອື່ນໆ. ນອກນັ້ນ, ສອງຝ່າຍ ຍັງໄດ້ເຫັນດີສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ຢ່າງຕັ້ງໜ້າ.

ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນ ມາເລເຊຍ ທີ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ແມ່ນໃນຂະແໜງການພັດທະນາຊັບພະຍາ ກອນມະນຸດ ໂດຍຜ່ານໂຄງການ MTCP, ການໃຫ້ການຊ່ວຍເຫລືອໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຜ່ານ ການຊ່ວຍເຫລືອທາງການ ເພື່ອການພັດທະນາ (ODA) ແລະ ອື່ນໆ. ນອກນີ້, ພະນະທ່ານ ປະເທດປະເທດ ທອງລຸນ ສີສຸລິດ ຍັງໄດ້ເຊື້ອເຊີນນັກລົງທຶນ ແລະ ນັກທ່ອງທ່ຽວ ຂອງມາເລເຊຍ ເຂົ້າມາລົງທຶນ ແລະ ທ່ອງທ່ຽວຢູ່ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ໂດຍສະເພາະ ໃນປີ 2024 ທີ່ ສປປ ລາວ ຈະເປີດປີທ່ຽວທ່ຽວລາວ, ທັງຍັງເປັນປີທີ່ ສປປ ລາວ ຈະເປັນປະທານອາຊຽນອີກດ້ວຍ.

ໃນໂອກາດດຽວກັນ, ພະນະ​ທ່ານ ນາຍົກລັດຖະມົນຕີ ອັນວາ ອິບບຣາຮິມ ໄດ້ສະແດງຄວາມຂອບໃຈ ຕໍ່ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ມາເລເຊຍ ໃນເວທີພາກພື້ນ ແລະ ສາກົນ ຕະຫລອດມາ. ພ້ອມນີ້, ພະນະທ່ານ ນາຍົກລັດຖະ ມົນຕີ ອັນວາ ອິບບຣາຮິມ ຍັງໄດ້ແຈ້ງໃຫ້ຊາບເຖິງຈຸດປະ ສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ຍັງແມ່ນເພື່ອສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ແລະ ຍັງເປັນການຊຸກຍູ້ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ມາເລເຊຍ ແລະ ສປປ ລາວ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ທັງໃນລວງເລິກ ແລະ ລວງກວ້າງ.

Cr.ປະເທດລາວ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...