Homeຂ່າວຄວາມສະຫງົບຄົນຮ້າຍກໍ່ເຫດ ໃຊ້ອາວຸດປືນຍິງຄົນຈີນ ສອງຄົນບາດເຈັບສາຫັດ

ຄົນຮ້າຍກໍ່ເຫດ ໃຊ້ອາວຸດປືນຍິງຄົນຈີນ ສອງຄົນບາດເຈັບສາຫັດ

Published on

ໃນຄືນວັນທີ 27 ມິຖຸນາ 2023 ຜ່ານມາ, ເກີດເຫດຍິງຊາວຈີນ 2 ຄົນບາດເຈັບສາຫັດ, ທີ່ບ້ານພຽງງາມ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ຕາມການລາຍງານຂອງຜູ້ເຫັນເຫດການແຈ້ງວ່າ: ຂະນະຄົນຈີນກຳລັງກິນດື່ມຢູ່ຫນ້າດ່ານ ບ້ານພັກສະບາຍດີ ໄດ້ມີຄົນລາວຂັບຂີ່ລົດຈັກມາຍັງຈຸດທີ່ເກີດເຫດແລ້ວໃຊ້ອາວຸດປືນຍິງຄົນຈີນ 2 ຄົນ ແລ້ວເອົາໂຕຫຼົບໜີ.

ປັດຈຸບັນຕາມການລາຍງານແມ່ນໄດ້ຈັບຕົວຜູ້ກໍ່ເຫດໄດ້ແລ້ວ, ເຊິ່ງຜູ້ກໍ່ເຫດເປັນຄົນລາວເຮັດວຽກບໍລິການ ທີ່ຮ້ານບັນເທິງແຫ່ງໜຶ່ງໃນເຂດແຖວໜ້າດ່ານ ທີ່ໄດ້ຄ້າງຄ່າຫ້ອງພັກ ຄົນຈີນໄດ້ມີການທວງຖາມຢູ່ຫຼາຍເທື່ອ (ສ່ວນສາເຫດ ແລະ ແຮງຈູງໃຈໃນການກໍ່ເຫດຄັ້ງນີ້ ຕ້ອງລໍຖ້າການສືບສວນຂອງເຈົ້າໜ້າທີ່ຕໍ່ໄປ)

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...