Homeຂ່າວພາຍ​ໃນສະໜາມບິນສາກົນບໍ່ແກ້ວ ກຳນົດເປີດນໍາໃຊ້ໃນທ້າຍປີນີ້

ສະໜາມບິນສາກົນບໍ່ແກ້ວ ກຳນົດເປີດນໍາໃຊ້ໃນທ້າຍປີນີ້

Published on

ມາຮອດປັດຈຸບັນ ໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ຄວາມຄືບໜ້າແລ້ວຫຼາຍກວ່າ 90% ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2023 ນີ້.

ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ສໍາພາດຕໍ່ສື່ມວນຊົນລາວໃນວັນທີ 25 ມິຖຸນາ 2023 ນີ້ວ່າ: ການກໍ່ສ້າງສະໜາມບິນດັ່ງກ່າວໃນປັດຈຸບັນແມ່ນເຫຼືອພຽງຂັ້ນຕອນຕົບແຕ່ງຕຶກອາຄານຜູ້ໂດຍສານທັງພາຍໃນ ແລະ ພາຍນອກ, ການຕິດຕັ້ງອຸປະກອນລະບົບສື່ສານການບິນ, ລວມເຖິງລະບົບຄວາມປອດໄພ ແລະ ສິ່ງອໍານວຍຄວາມສະດວກຕ່າງໆໃນອາຄານ.

ສະໜາມບິນສາກົນບໍ່ແກ້ວ ຕັ້ງຢູ່ ບ້ານສີເມືອງງານ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຫ່າງໄກຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ ປະມານ 5 ກິໂລແມັດ, ມູນຄ່າການກໍ່ສ້າງທັງຫມົດ 175 ລ້ານໂດລາສະຫະລັດ ໃນເນື້ອທີ່ 300 ເຮັກຕາ, ເລີ່ມດຳເນີນການກໍ່ສ້າງຕັ້ງແຕ່ວັນທີ່ 20 ກັນຍາ ປີ 2020 ໂດຍກໍ່ສ້າງຕາມມາດຕະຖານຄວາມປອດໄພຂອງກົມການບິນພົນລະເຮືອນ ແລະ ມາດຕະຖານຂອງອົງການການບິນພົນລະເຮືອນສາກົນ (ICAO) ວາງອອກ ຄື: ຂະໜາດຂອງສະໜາມບິນທີ່ມີລະຫັດໝາຍເລກ ແລະ ຕົວອັກສອນ 4C (Aerodrome Code 4C) ທາງແລ່ນຂຶ້ນ-ລົງຂອງເຮືອບິນມີຄວາມຍາວ 2.500 ແມັດ ກວ້າງ 45 ແມັດ ແລະ ບ່າທາງແລ່ນຂຶ້ນ-ລົງ ເບື້ອງລະ 7,5 ແມັດ ເຊິ່ງສາມາດຮອງຮັບເຮືອບິນຂະໜາດ Boeing 737-900ER Airbus A320/ A321 ຫຼື ເຮືອບິນຊະນິດຕ່າງໆ ທີ່ສາມາດຮອງຮັບຜູ້ໂດຍ ສານໄດ້ 200 ບ່ອນນັ່ງລົງມາ ແລະ ມີແຜນທີ່ຈະຕໍ່ຕື່ມທາງແລ່ນຂຶ້ນ-ລົງໃນອະນາຄົດອີກ ເພື່ອສາມາດຮອງຮັບເຮືອ ບິນຂະໜາດ Boing 747 ໄດ້ ພາຍໃນອາຄານຜູ້ໂດຍສານທັງຂາເຂົ້າ ແລະ ຂາອອກສາມາດຮອງຮັບໄດ້ຜູ້ໂດຍສານ 600 ຄົນ ໃນເວລາດຽວກັນ.

ແຫຼ່ງຂ່າວ Lao National Radio

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...