spot_img
Homeຂ່າວພາຍ​ໃນມອບລົດຈັກ 10 ຄັນ ທີ່ເກັບກູ້ຄືນມາໄດ້ຈາກຄົນຮ້າຍລັກໄປສົ່ງຄືນໃຫ້ເຈົ້າຂອງເດີມ

ມອບລົດຈັກ 10 ຄັນ ທີ່ເກັບກູ້ຄືນມາໄດ້ຈາກຄົນຮ້າຍລັກໄປສົ່ງຄືນໃຫ້ເຈົ້າຂອງເດີມ

Published on

ພັທ ອິນປັນ ຫາດາວເຮືອງ ຮອງຫົວໜ້າກອງບັນຊາການເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງໄດ້ມອບລົດຈັກ 10 ຄັນ ທີ່ເກັບກູ້ຄືນມາໄດ້ຈາກຄົນຮ້າຍລັກໄປ ສົ່ງຄືນໃຫ້ເຈົ້າຂອງເດີມ.

ໃນວັນທີ 21 ມິຖຸນາ 2023 ຢູ່ທີ່ຄ້າຍຄຸມຂັງຊົ່ວຄາວ ປກສ ເມືອງສີສັດຕະນາກ ເຊິ່ງຕາງໜ້າກ່າວຮັບໂດຍ ທ່ານ ນາງ ສຸຄະວິນັດ ທີ່ເປັນເຈົ້າຂອງລົດໜຶ່ງໃນຈຳນວນ 10 ຄັນທີ່ມອບໃນຄັ້ງນີ້ ແລະ ມີອີກ 8 ຄົນທີ່ເປັນເຈົ້າຂອງ ເຂົ້າມາຮັບລົດຄືນ ແລະ ລົດຈັກຄັນທີ 10 ແມ່ນກຳລັງປະສານຫາເຈົ້າຂອງລົດໃຫ້ມາຮັບເອົາ ເປັນລົດຈັກເວບ100 ບໍ່ມີປ້າຍທະບຽນ, ເລກຈັກ SA5E2008226 ເລກຖັງ PR2SA1500SC008226.

ພັທ ອິນປັນ ຫາດາວເຮືອງ ໄດ້ແຈ້ງໃຫ້ຮູ້ວ່າລົດຈັກທີ່ມາມອບໃນຄັ້ງນີ້ ,ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກແມ່ນສາມາດນຳເກັບກູ້ຄືນມາໄດ້ໃນວັນທີ 2 ພຶດສະພາ 2023 ຈຳນວນ 1 ຄັນ, ພ້ອມກັບຕົວຜູ້ຖືກຫາ 2 ຄົນຊື່ ທ້າວ ສຸກສາຄອນ ຫຼື ຕົ້ນ ອາຍຸ 32 ປີ ອາຊີບກຳມະກອນ ພັກເຊົາຢູ່ບ້ານສະພານທອງໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ທ້າວ ທິບພະຈັນ ຫຼື ເລ້ ອາຍຸ 37ປີ ອາຊີບກຳມະກອນ ພັກເຊົາຢູ່ບ້ານໂຊກປາຫຼວງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ໃນວັນທີ 31 ພຶດສະພາ 2023 ສາມາດເກັບກູ້ໄດ້ອີກ 9 ຄັນ ພ້ອມກັບຕົວຜູ້ຖືກຫາອີກ 1 ຄົນ ຊື່ທ້າວ ອິນທະນູໄຊ ຫຼື ຕາໂລ້ ອາຍຸ 39 ປີ ພັກເຊົາຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ພາຍຫຼັງໄດ້ເກັບກູ້ລົດຈັກມາໄດ້ເຈົ້າໜ້າທີ່ກໍໄດ້ກວດກາທີ່ໄປທີ່ມາຂອງລົດ ເມື່ອຮູ້ລາຍລະອຽດຈຶ່ງໄດ້ຕິດຕໍ່ປະສານຫາເຈົ້າຂອງລົດມາຮັບເອົາ.

ແຫຼ່ງຂ່າວ ປ້ອງກັນຄວາມສະຫງົບນະຄອນຫຼວງ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...