Homeຂ່າວຕ່າງປະເທດເຕືອນໄພ! ເດັກນ້ອຍອາຍຸ 8 ເດືອນຕົກຕຽງເສຍຊີວິດ ທີ່ປະເທດໄທ

ເຕືອນໄພ! ເດັກນ້ອຍອາຍຸ 8 ເດືອນຕົກຕຽງເສຍຊີວິດ ທີ່ປະເທດໄທ

Published on

ອີງຕາມເຈົ້າໜ້າທີ່ໜ່ວຍກູ້ໄພລາຍງານ ໃນວັນທີ 20 ມິຖຸນາ 2023 ທີ່ຜ່ານມານີ້ວ່າ: ໄດ້ຮັບແຈ້ງເຫດຈາກເຈົ້າໜ້າທີ່ຕຳຫຼວດວ່າ:ມີເດັກນ້ອຍເສຍຊີວິດ ທີ່ບ້ານພັກ ເຂດບ້ານສັນຫຼວງ ເມືອງລຳພູນ ເຈົ້າໜ້າທີ່ຈຶ່ງລົງກວດສອບທີ່ເກີດເຫດພົບ ເດັກນ້ອຍຜູ້ຊາຍອາຍຸ 8 ເດືອນ ຕົກລົງຂ້າງຕຽງເສຍຊີວິດຄາທີ່.

ເບື້ອງຕົ້ນສອບຖາມຜູ່້ເປັນແມ່ເລົ່າວ່າ: ຄືນວັນທີ 18 ມິຖຸນາ 2023 ຜູ້ເປັນແມ່ໄປພັກທີ່ບ້ານອີກຫຼັງໜຶ່ງ ສ່ວນລູກຊາຍສາມີເປັນຄົນລ່້ຽງ ແລະ ພາເຂົ້ານອນຕາມປົກກະຕິ, ໂດຍໃນຕອນກາງຄືນຜູ້ເປັນສາມີຍັງບອກວ່າ ຫຼິ້ນກັນຕາມປົກກະຕິແລ້ວຫຼັບໄປ ຈົມມາຮອດຕອນເຊົ້າຂອງມື້ຕໍ່ມາ ຜູ້ເປັນສາມີໄດ້ໂທບອກວ່າບໍ່ເຫັນລູກ ຈຶ່ງພາກັນຊອກໃນຫ້ອງຈຶ່ງພົບວ່າ: ລູກຊາຍຕົກລົງຂ້າງຕຽງຕິດກັບຝາຫ້ອງ ເຊິ່ງມີຜ້າຫົ່ມ ແລະ ໝອນທັບໃບໜ້າ ພໍນຳຮ່າງຶອອກມາມາກໍ່ພົບວ່າໜ້າຂຽວຊ້ຳ ໂຕເລີ່ມເຢັນສາມີຈຶ່ງໂທບອກຕົນ ພໍມາຮອດກໍພົບວ່າລູກຊາຍເສຍຊີວິດແລ້ວ.

ທີ່ມາ: ຂ່າວຊ່ອງ 7

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...