Homeຂ່າວພາຍ​ໃນປກສ ຫຼວງນ້ຳທາ ຈັບແກ້ງລັກລົດຈັກ

ປກສ ຫຼວງນ້ຳທາ ຈັບແກ້ງລັກລົດຈັກ

Published on

ໃນວັນທີ 19 ມິຖຸນາ 2023 ປກສ ແຂວງຫຼວງນ້ຳທາໄດ້ລາຍງານວ່າ: ເຈົ້າໜ້າທີ່ ປກສ ເມືອງ ແລະ ແຂວງຫຼວງນ້ຳທາ ຈັບກຸ່ມເປົ້າໝາຍໄດ້ 2 ຄົນ ໃນວັນທີ 20 ພຶດສະພາ ທີ່ຜານມາ ເຊິ່ງມີ ທ້າວ ເລັ່ງສັກ ອາຍຸ 24 ປີ ປະຊາຊົນບ້ານຫ້ວຍດຳ ແລະ ທ້າວ ສົມສັກ ອາຍຸ 18 ປີ ປະຊາຊົນບ້ານນ້ຳຕະລານ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ.

ຜູ້ຖືກຫາທັງ 2 ຄົນໄດ້ຮັບສາລະພາບວ່າ: ໄລຍະຜ່ານມາໄດ້ເຄື່ອນໄຫວລັກຊັບພົນລະເມືອງ ປະເພດລົດຈັກ ມາແລ້ວ 11 ຄັ້ງ, ໃນການລັກແຕ່ລະຄັ້ງໄດ້ຊ້ອນລົດກັນໄປຕາມເສັ້ນທາງ ຖ້າເຫັນລົດຄັນໃດຈອດຢູ່ແຄມທາງ ກໍຈະລົງມືກໍ່ເຫດ, ພາຍຫຼັງລັກລົດມາແລ້ວ ກໍໄດ້ພາກັນດັດແປງສະພາບລົດ ແລະ ເອົາໄປຂາຍຕໍ່.

ແຫຼ່ງຂ່າວ ຂ່າວ ປກສ ແຂວງຫລວງນ້ຳ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...