Homeຂ່າວພາຍ​ໃນຊຸກຍູ້-ຊີ້ນໍາວຽກງານຢູ່ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທອງທ່ຽວ ແຂວງຈຳປາສັກ

ຊຸກຍູ້-ຊີ້ນໍາວຽກງານຢູ່ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທອງທ່ຽວ ແຂວງຈຳປາສັກ

Published on

ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ລົງພົບປະໂອ້ລົມ, ຊຸກຍູ້-ຊີ້ນໍາວຽກງານຢູ່ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທອງທ່ຽວ (ຖວທ) ແຂວງຈຳປາສັກ ເພື່ອໃຫ້ສືບຕໍ່ມີການພັດທະນາ ແລະຫັນປ່ຽນຕາມທິດທີ່ຕັ້ງໜ້າ ແລະ ທັນສະໄໝຕາມມະຕິຂອງພັກໄດ້ວາງອອກ ໃນວັນທີ 16 ມິຖຸນາ 2023 ຜ່ານມາ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ນາງ ແສງສຸວັນ ຊຸຍພະສິດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ພ້ອມດ້ວຍຄະນະ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ການຈັດຕັ້ງປະຕິບັດວຽກງານ ຖວທ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ໂດຍຍົກໃຫ້ເຫັນດ້ານການເມືອງແນວຄິດ, ການຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ, ວຽກງານຖະແຫຼງຂ່າວ-ສື່ມວນຊົນ, ວຽກງານວັດທະນະທໍາ ແລະ ວຽກງານທ່ອງທ່ຽວ ໂດຍສະເພາະວຽກງານຖະແຫຼງຂ່າວ-ສື່ມວນຊົນ, ຄະນະພັກ-ຄະນະພະແນກ ໄດ້ສຸມໃສ່ປັບປຸງ ແລະ ຫັນປ່ຽນພື້ນຖານເຕັກນິກ ຂອງວຽກງານສື່ມວນຊົນກ້າວໄປສູ່ທັນສະໄໝ ເຊັ່ນລະບົບດີຈິຕອນ ແລະ ລະບົບອອນລາຍ ໄດ້ຂະຫຍາຍຄື້ນວິທະຍຸກະຈາຍສຽງ ແລະ ໂທລະພາບ ໃຫ້ກວມພື້ນທີ່ເປັນສ່ວນຫຼາຍຂອງແຂວງ, ປັດຈຸບັນໃນທົ່ວແຂວງ ມີສະຖານີວິທະຍຸກະຈາຍສຽງ 5 ສະຖານີ, ເຊິ່ງສາຖານີວິທະຍຸ ໂທລະພາບສາມາດກະຈາຍຄື້ນສຽງ ພາບຜ່ານດາວທຽມໄດ້ກວມພື້ນທີ່ 100% ສາມາດຮັບຟັງ ແລະ ຊົມໄດ້ອີກ 26 ປະເທດທົ່ວໂລກ.

อาจเป็นรูปภาพของ 14 คน และ ข้อความ

ສ່ວນວຽກງານທ່ອງທ່ຽວ ໄດ້ສຸມໃສ່ການປັບປຸງ ແລະ ສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ສິ່ງທີ່ພົ້ນເດັ່ນໃນ 6 ເດືອນຜ່ານມາ ໄດ້ມີຈຳນວນນັກທ່ອງທ່ຽວເຂົ້າມາທ່ອງທ່ຽວແຂວງຈຳປາສັກ ທັງໝົດ 143.689 ເທື່ອຄົນ, ທຽບໃສ່ແຜນປີປະຕິບັດໄດ້ 63 ໃນນີ້ມີນັກທ່ອງທ່ຽວພາຍໃນ 11.455 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 28.717.040 ໂດລາສະຫະລັດ, ທຽບໃສ່ແຜນການປີປະຕິບັດໄດ້ 205%.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...