spot_img
Home​ຂ່າວທ່ອງທ່ຽວໄປທ່ຽວຕາດອີ່ຕູ້

ໄປທ່ຽວຕາດອີ່ຕູ້

Published on

 

ຕາດອີ່ຕູ້ ຕັ້ງຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ໄກຈາກຕົວເມືອງປາກເຊປະມານ 35 ກິໂລແມັດ ແລະລ້ຽວອອກຈາກຖະໜົນຫຼັກ 2 ກິໂລແມັດ. ຕາດອີ່ຕູ້ເປັນນຳຕົກຕາດທີ່ໄຫຼມາຈາກ ພູເທວະດາ ໃສສະອາດ ຍັງຄົງຄວາມເປັນທຳມະຊາດໄດ້ຢ່າງສົມບູນ ເໝາະແກ່ການໄປທ່ຽວພັກຜ່ອນທີ່ສຸດ.

ນ້ຳຕົກຕາດອີ່ຕູ້ ເປັນຕາດຂະໜາດໃຫຍ່ມີນ້ຳໄຫຼ ຕົກລົງຈາກໜ້າຜາສູງ ເປັນຕາດຊັ້ນດຽວ ບໍລິເວນທາງລຸ່ມຕາດອີ່ຕູ້ເປັນອ່າງເລິກ ແລະໄຫຼລົງມາຢ່າງແຮງ ບັນຍາກາດບໍລິເວນຕາດອີ່ຕູ້ມີບັນຍາກາດຮົ່ມເຢັນ ແຕ່ການເດິນທາງຍ່າງຂຶ້ນຕ້ອງເມື່ອຍແດ່ ເພາະເປັນທາງຂຶ້ນ-ລົງພູ ແຕ່ເປັນຂັ້ນໄດຊີມັງ ຈຶ່ງການເຮັດໃຫ້ການຂຶ້ນລົງສະດວກ ບໍລິເວນດ້ານເທິງຂອງນ້ຳຕົກຕາດອີ່ຕູ້ ມີລີສອດ ຮ້ານອາຫານ ບໍລິການນັກທ່ອງທ່ຽວທີ່ເຂົ້າມາໃຊ້ບໍລິການ ຄົນສ່ວນຫຼາຍຈະມາທ່ອງທ່ຽວໃນວັນພັກການ ເຊັ່ນ ເສົາ-ອາທິດເປັນຕົ້ນ.

ອາກາດຢູ່ບ່ອນນີ້ດີຫຼາຍ ຈະມີຢູ່ 2 ລະດູຄື ຝົນຕົກກັບໜາວ ກາງເວັນອາກາດຈະເຢັນສະບາຍ ກາງຄືນອາກາດໜາວ ສາມາດຫຼິ້ນນ້ຳໄດ້ທັງດ້ານເທິງ ແລະດ້ານລຸ່ມຂອງນ້ຳຕົກຕາດ ອິງທຳມະຊາດອາກາດສົດຊື່ນ ເມືອງນີ້ຈະເຢັນຕະຫຼອດປີ ຈົນໄດ້ສາຍາວ່າ ສະວິດເຊີແລນເມືອງລາວ.

 

10f653b34a921c29c40e1e6350940fbf

52662552427

DSC00583

o3016

น้ำตก

ตาดอีตู้

ทางขึ้น

บ้านเดี่ยว

ร้านอาหาร

 

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...