Homeຂ່າວພາຍ​ໃນໂຕໂນ່ ນຳທີມ One man and the river ສົ່ງມອບອຸປະກອນການແພດໃຫ້ແກ່ໂຮງໝໍແຂວງຄຳມ່ວນ

ໂຕໂນ່ ນຳທີມ One man and the river ສົ່ງມອບອຸປະກອນການແພດໃຫ້ແກ່ໂຮງໝໍແຂວງຄຳມ່ວນ

Published on

ໃນວັນທີ 19 ມິຖຸນາ 2023 ທີ່ໂຮງໝໍແຂວງຄຳມ່ວນ ທ້າວ ພາຄິນ ຄຳວິໄລສັກ ຫຼື ໂຕໂນ່ ນັກຮ້ອງນັກສະແດງຈາກປະເທດໄທ ໄດ້ນຳຄະນະທີມ One man and the river ໜຶ່ງຄົນລອຍນ້ຳ ຫຼາຍຄົນໃຫ້ ຮ່ວມສົ່ງມອບອຸປະກອນ ແລະ ເຄື່ອງມືການແພດ ຄັ້ງທີ 2 ໃຫ້ກັບໂຮງໝໍໃນແຂວງຄຳມ່ວນ ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມກັບຄະນະແພດໝໍ ທີ່ໄດ້ໃຫ້ການຕ້ອນຮັບ.

ໂດຍການສົ່ງມອບມີ 2 ຄັ້ງທັງໃນແຂວງຄຳມ່ວນ ແລະ ນະຄອນພະຍົມ ປະເທດໄທ ມີອຸປະກອນ ແລະ ເຄື່ອງມືທາງການແພດ ລວມມູນຄ່າ 100 ກວ່າລ້ານບາດ ຫຼື 53,047 ຕື້ກິບ ໂດຍຈະສົ່ງມອບໃຫ້ລາວ ລວມມູນຄ່າ 20 ກວ່າລ້ານບາດ ຫຼື 17,1 ຕື້ກີບ ປະກອບມີ ເຄື່ອງຊ່ວຍຫາຍໃຈສຳລັບເດັກນ້ອຍ 2 ເຄື່ອງ, ເຄື່ອງເຝົ້າຕິດຕາມສັນຍານຊີບ 5 ເຄື່ອງ, ເຄື່ອງກະຕຸ້ນຫົວໃຈ 3 ເຄື່ອງ, ເຄື່ອງວັດແທກຄວາມດັນເລືອດ 12 ເຄື່ອງ, ເຄື່ອງວັດແທກຄວາມດັນຊະນິດສອດແຂນ 3 ເຄື່ອງ, ເຄື່ອງດຶງຄໍ/ດຶງຫຼັງ 1 ເຄື່ອງ, ເຄື່ອງສະແກນສຳລັບກາຍະພາບ 2 ເຄື່ອງ, ໝໍ້ຕົ້ມແຜ່ນປະຄົບຮ້ອນ 1 ເຄື່ອງ ແລະ ອຸປະກອນອື່ນໆອີກຈຳນວນຫຼາຍ.

ໃນໂອກາດນີ້ ໂຕໂນ່ ກໍສະແດງຄວາມຮູ້ສຶກດີໃຈ ແລະ ຂອບໃຈແກ່ບັນດາແພດໝໍທີ່ໃສ່ໃຈ ແລະ ຊ່ວຍກັນຄັດເລືອກຫາເຄື່ອງມືທີ່ດີທີ່ສຸດໃຫ້ແກ່ປະຊາຊົນລາວ ການໄດ້ເຄື່ອງມືຄັ້ງນີ້ ຖືເປັນຂອງຂັວນ ແລະ ກຳລັງໃຈໃຫ້ແພດໝໍ ເຮັດວຽກໄດ້ໄວຂຶ້ນ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ກໍໄດ້ກ່າວຄຳຂອບໃຈແກ່ ໂຕໂນ່ ທີ່ໄດ້ຈັດຫາອຸປະກອນທາງແພດທີ່ສຳຄັນ ແລະ ມີຄວາມຈຳເປັນຕໍ່ໂຮງໝໍແຂວງຄຳມ່ວນ ເຮັດໃຫ້ຄະນະແພດໝໍສາມາດຊ່ວຍເຫຼືອຄົນເຈັບໄຂ້ໄດ້ປ່ວຍທີ່ມາຮັບການຮັກສາຢູ່ໂຮງໝໍໄດ້ດີຂຶ້ນ ໂດຍຂະນະນີ້ ກໍຢູ່ໃນລະຫວ່າງການກຽມນຳສະເໜີຕໍ່ລັດຖະບານລາວ ເພື່ອມອບຫຼຽນແທນຄຸນງາມຄວາມດີໃຫ້ແກ່ ໂຕໂນ່ ພ້ອມຄະນະ.

ແຫຼ່ງຂ່າວ thainews

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...