Homeຂ່າວພາຍ​ໃນພົບເຫັນປະຊາຊົນລັກລອບຂຸດຄົ້ນແຮ່ທາດໄດ້ 36 ເປົາ

ພົບເຫັນປະຊາຊົນລັກລອບຂຸດຄົ້ນແຮ່ທາດໄດ້ 36 ເປົາ

Published on

ກອງບັນຊາການ ປກສ ແຂວງຊຽງຂວາງ ສົມທົບກັບ ກໍາລັງປ້ອງກັນຊາດແຂວງຊຽງຂວາງ ອອກກວດກາລາດຕະເວນ ບໍລິເວນພູແຮ້ ເມືອງແປກ ແຂວງຊຽງຂວາງ ວັນທີ 12 ມິຖຸນາ 2023 ຜ່ານມາ, ພົບເຫັນປະຊາຊົນລັກລອບ ຂຸດຄົ້ນແຮ່ທາດທໍາມະຊາດ ໂດຍບໍ່ຖືກຕ້ອງຕາມກົດໝາຍ 40 ຄົນ ໃນນັ້ນມີຍິງ 15 ຄົນ ແລະ ລົດຈັກ 47 ຄັນ, ພ້ອມມີແຮ່ທາດ 36 ເປົາ ແລະ ມີອຸປະກອນຈໍານວນໜຶ່ງ.

ດັ່ງນັ້ນເຈົ້າໜ້າທີ່ຈຶ່ງກັກຕົວມາສອບສວນ ຜ່ານການສອບສວນປະຊາຊົນຈໍານວນໜຶ່ງຮັບສາລະພາບວ່າ: ໄດ້ຂຶ້ນໄປຂຸດຄົ້ນແຮ່ທາດຢູ່ບໍລິເວນດັ່ງກ່າວແທ້ ແຕ່ອີກຈໍານວນໜຶ່ງໃຫ້ການວ່າອອກໄປວຽກສ່ວນຕົວ, ສະນັ້ນ ເຈົ້າໜ້າທີ່ຈຶ່ງສົມທົບກັບພາກສ່ວນກ່ຽວຂ້ອງເກັບກໍາຂໍ້ມູນຢ່າງລະອຽດ ເພື່ອຊອກວ່າຜູ້ໃດລັກລອບຂຸດຄົ້ນແຮ່ທາດແທ້ ແມ່ນຈະໄດ້ປະຕິບັດລະບຽບກົດໝາຍຕາມຂັ້ນຕອນຕໍ່ໄປ ສ່ວນຜູ້ທີ່ບໍ່ກ່ຽວຂ້ອງແມ່ນຈະສຶກສາອົບຮົມ ເຮັດບົດບັນທຶກກ່າວເຕືອນ ແລະ ປ່ອຍຕົວໄປ. ສໍາລັບລົດຈັກ 47 ຄົນ ເຈົ້າໜ້າທີ່ຈະເກັບຮັກສາໄວ້ໃຫ້ປະຊາຊົນ ນໍາເອົາເອກະສານຖືກຕ້ອງມາຢັ້ງຢືນເອົາ.

ນອກນີ້, ເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຄົນໃນທົ່ວສັງຄົມ ສຶກສາອົບຮົບລູກຫຼານຂອງຕົນບໍ່ໃຫ້ໄປລັກລອບຂຸດຄົ້ນແຮ່ທາດທໍາມະຊາດຢ່າງຊະຊາຍ ຫຼື ຜູ້ທີ່ກໍາລັງຂຸດຄົ້ນຢູ່ແມ່ນໃຫ້ຢຸດເຊົາ ຖ້າຫາກພົບເຫັນຈະໄດ້ນໍາມາລົງໂທດຕາມລະບຽບກົດໝາຍ.

ແຫຼ່ງຂ່າວ ປກສ ແຂວງຊຽງຂວາງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...