spot_img
Homeຂ່າວຕ່າງປະເທດສາວມາເສີມດັງ ວາງຢາສະລົບແຕ່ຊັອກເສຍຊີວິດຄາຕຽງໃນຄຣີນິກ

ສາວມາເສີມດັງ ວາງຢາສະລົບແຕ່ຊັອກເສຍຊີວິດຄາຕຽງໃນຄຣີນິກ

Published on

ເຕືອນໄພສາວໆທີ່ມັກເສີມຄວາມງາມ ໄດ້ມີສາວມາແກ້ດັງຢູ່ຄຣີນິກເສີມຄວາມງາມແຫ່ງໜຶ່ງ ເມື່ອມີການວາງຢາສະລົບ ສຳພັດເກີດມີອາການຊັອກ ອຸນຫະພູມຮ່າງກາຍຂຶ້ນສູງ ກ່ອນທີ່ຈະເສຍຊີວິດຄາຕຽງໃນຄຣີນິກ.

ໃນວັນທີ 15 ມິຖຸນາ 2023 ທີ່ປະເທດໄທ ທາງເຈົ້າໜ້າທີ່ໄດ້ຮັບແຈ້ງເຫດ ເມື່ອເຖິງຈຸດເກີດເຫດກໍພົບຮ່າງຜູ້ເສຍຊີວິດ 1 ຄົນ ຊື່ ສິລິນຍາ ເພດຍິງ ອາຍຸ 25 ປີ ໂດຍນາງ ສິລິນຍາ ໄດ້ໄປເສີມດັງຢູ່ຄຣີນິກບ່ອນອື່ນມາ ແຕ່ກໍມີບັນຫາດັງທະລຸ ຈຶ່ງຢາກແກ້ດັງ ແລ້ວໄດ້ເອົາຊິລີໂຄນດັງອັນເກົ່າອອກ ເມື່ອບາດເຊົາດີຈຶ່ງໄດ້ກັບມາ ເພື່ອທີ່ຈະເສີມດັງໃໝ່.

ໃນຂະນະທີ່ຈະເສີມດັງ ທ່ານໝໍກໍໄດ້ໃຫ້ນາງ ສິລິນຍາ ດົມຢາສະລົບ ເມື່ອດົມຢາສະລົບແລ້ວຮ່າງກາຍກໍມີອຸນຫະພູມສູງຂຶ້ນຜິດປົກກະຕິ ແລ້ວຫົວໃຈກໍຢຸດເຕັ້ນ.

ປັດຈຸບັນ ເຈົ້າໜ້າກຳລັງສືບສວນສອບສວນ ຫາສາເຫດການເສຍຊີວິດຢ່າແທ້ຈິງ.

ແຫຼ່ງຂ່າວ thairath

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...