Homeຂ່າວການພັດທະນາລາວແລກປ່ຽນບົດຮຽນຂອງສາກົນ ກ່ຽວກັບການພັດທະນາພະລັງງານທີ່ຍືນຍົງ

ລາວແລກປ່ຽນບົດຮຽນຂອງສາກົນ ກ່ຽວກັບການພັດທະນາພະລັງງານທີ່ຍືນຍົງ

Published on

energy discussion

 

ກົມນະໂຍບາຍ ແລະ ແຜນພະລັງງານກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ຈັດກອງປະຊຸມຖອດຖອນ ແລະ ແລກ

ປ່ຽນບົດຮຽນກັບສາກົນກ່ຽວກັບການພັດທະນາພະລັງງານແບບຍືນຍົງເພື່ອສ້າງຄວາມເຂັ້ມແຂງກ່ຽວກັບວິໄສ

ທັດ, ນະໂຍບາຍ, ການຄຸ້ມຄອງ, ການຜະລິດ, ການຈຳໜ່າຍ, ການນຳໃຊ້ ແລະ ການຂົນສົ່ງ ເພື່ອຮ່ວມກັນແກ້ໄຂ

ແລະ ເອົາໃຈໃສ່ຕໍ່ບັນດາສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກດ້ານພະລັງງານ ທີ່ຫລາຍປະເທດພວມຜະເຊີນໃນປັດຈຸ

ບັນ ໂດຍສະເພາະການນຳໃຊ້ກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນຂອງປະເທດໃຫ້ໄດ້ຮັບຜົນດີ.

 

ທ່ານ ດຣ. ບຸນທະວີ ສີສຸພັນທອງ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການ ລົງທຶນໄດ້ກ່າວເປີດ

ກອງປະຊຸມດັ່ງກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຢ່າງຍິ່ງ ຕໍ່ຫລາຍຂະແໜງການຂອງລາວ ເຊິ່ງ

ບັນດາຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງບົດຮຽນ ແລະ ປະສົບປະການຕ່າງໆ, ສະພາບຄວາມເປັນຈິງ, ຂໍ້ສະດວກ ແລະ

ຂໍ້ຫຍຸ້ງຍາກທີ່ສາມາດຖອດຖອນໄດ້ຈາກການນຳສະເໜີ ແລະ ແລກປ່ຽນຄຳຄິດຄຳເຫັນຈາກ ບັນດາຜູ້ມີປະສົບ

ການຈາກຕ່າງປະເທດ ເຊິ່ງລ້ວນແລ້ວຈະເປັນບົດຮຽນອັນລ້ຳຄ່າມະຫາສານ ທີ່ສາມາດນຳໄປຈັດຕັ້ງປະຕິບັດ

ໃຫ້ເກີດດອກອອກຜົນ ແລະ ເປັນຈິງໃນຕໍ່ໜ້າ.

 

ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງແຜນການ ແລະ ການລົງທຶນກ່າວຕື່ມວ່າ: ສປປ ລາວ ເຫັນໄດ້ເຖິງ

ຄວາມສຳຄັນໃນການສ້າງ ແລະ ສົ່ງເສີມຄວາມຮູ້, ຄວາມສາມາດໃນທຸກຂະແໜງການໃຫ້ມີຄວາມຮູ້, ຄວາມ

ເຂົ້າໃຈກ່ຽວກັບວຽກງານດ້ານພະລັງງານ ກໍຄືຍຸດທະສາດ ແລະ ການພັດທະນາພະລັງງານແບບຍືນຍົງ ຍ້ອນ

ພະລັງງານເປັນປັດໄຈພື້ນຖານ ໃນການຊຸກຍູ້ບັນດາຂະແໜງການທີ່ປິ່ນອ້ອມອື່ນໆໃຫ້ມີການຂະຫຍາຍຕົວ

ໄປຕາມກົນໄກຂອງການພັດທະນາຕາມຍຸກສະໄໝ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...