Homeຂ່າວຄາດຕະກຳພົບສົບສາວເກົາຫຼີ ຖືກຄາຕະກຳ ໃນປະເທດກຳປູເຈຍ

ພົບສົບສາວເກົາຫຼີ ຖືກຄາຕະກຳ ໃນປະເທດກຳປູເຈຍ

Published on

ອີງຕາມສຳນັກຂ່າວ Allkpop ລາຍງານໃນວັນທີ 10 ມິຖຸນາ 2023 ຜ່ານມາ, ພົບສົບຜູ້ຍິງໃນແອ່ງນ້ຳ ຢູ່ນະຄອນພະນົມເປນ ເມືອງຫຼວງຂອງກຳປູເຈຍ ເຊິ່ງສົບຖືກພົບເຫັນໃນວັນທີ 6 ມິຖຸນາ 2023, ສະພາບສົບຖືກຫໍ່ດ້ວຍຜ້າຫົ່ມ ແລະ ຖືກຖິ້ມລົງໃນແອ່ງນ້ຳໃນແຂວງກັນດານ.

ເຈົ້າໜ້າທີ່ຕຳຫຼວດກຳປູເຈຍໄດ້ກວດສອບພົບວ່າ: ຜູ້ເສຍຊີວິດມີຊື່ວ່າ Bj Ah Young ສາວເກົາຫຼີ ທີ່ມີຊື່ສຽງໂດ່ງດັງ ເຊິ່ງມີຜູ້ຕິດຕາມ 250,000 ຄົນໃນສື່ສັງຄົມອອນລາຍ ກ່ອນປະກາດອອກຈາກວົງການສະຕຮີມມິ່ງເມື່ອປີທີ່ຜ່ານມາ ເພື່ອໄປໃຊ້ຊີວິດໃໝ່ໃນຖານະຄົນທຳມະດາ.

ຫຼັງເກີດເຫດທາງການກຳປູເຈຍໄດ້ຈັບກຸມຄູ່ຮັກຊາວຈີນ ທີ່ເປັນເຈົ້າຂອງຄີນິກເສີມຄວາມງາມ ທີ່ຕົກເປັນຜູ້ຕ້ອງສົງໄສໃນການຄາຕະກຳຄັ້ງນີ້ໂດຍທັງຄູ່ໃຫ້ການວ່າ: ຜູ້ເສຍຊີວິດໄດ້ຮັບການຮັກສາດ້ານຄວາມງາມ ທີ່ຄີນິກໃນວັນທີ 4 ມິຖຸນາ 2023, ເຊິ່ງຜູ້ເສຍຊີວິດເກີດອາການວູບ, ຊັກ ແລະ ໝົົດສະຕີໄປໃນທີ່ສຸດ ກ່ອນທີ່ທາງເຈົ້າຂອງຄີນິກຢ້ານຄວາມຜິດ ຈຶ່ງເຮັດການຫໍ່ສົບ ແລະ ນຳໄປຖິ້ມໃນແອ່ງນ້ຳດັ່ງກ່າວ.

ສ່ວນສາເຫດການເສຍຊີວິດຄັ້ງນີ້ ທາງເຈົ້າໜ້າທີ່ຕຳຫຼວດຍັງຄົງຖ້າຜົນຂອງການພິສູດສົບ, ຢ່າງໃດກໍຕາມການລະບຸໂຕຕົນຂອງຜູ້ເສຍຊີວິດຍັງບໍ່ຊັດເຈນ ແຕ່ຜູ້ຄົນທີ່ໃຊ້ສື່ສັງຄົມອອນລາຍຕ່າງຄາດວ່າ: ຜູ້ຕາຍຄື Bj Ah Young ເຊິ່ງເປັນສະຕຮີມເມີຍອດນິຍົມໃນ AfeecaTV ເຊິ່ງເປັນໜຶ່ງເພຣດຟອມ ບໍລິການສະຕຮີມທີ່ໃຫຍ່ທີ່ສຸດຂອງເກົາຫຼີ.

ທີ່ມາ: Allkpop

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...