Homeຂ່າວຕ່າງປະເທດສະຫະລັດອາເມຣິກາຈະກັບເຂົ້າມາເປັນສະມາຊິກຂອງຢູເນສໂກອີກຄັ້ງ

ສະຫະລັດອາເມຣິກາຈະກັບເຂົ້າມາເປັນສະມາຊິກຂອງຢູເນສໂກອີກຄັ້ງ

Published on

ອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື UNESCO ເປີດເຜີຍໃນວັນຈັນທີ່ຜ່ານມານີ້ວ່າ ສະຫະລັດອາເມຣິກາ ມີແຜນຈະກັບເຂົ້າມາເປັນສະມາຊິກຂອງຢູເນສໂກອີກຄັ້ງ ພາຍຫຼັງທີ່ໄດ້ຖອນໂຕອອກໃນປີ 2018 ໃນສະໄໝປະທານາທິບໍດີ ໂດນັລ ທຣັມ.

ໃນຖະແຫຼງການຂອງຢູເນສໂກ ໄດ້ລະບຸວ່າ: ການກັບເຂົ້າຮ່ວມເປັນສະມາຊິກຄັ້ງນີ້ ພ້ອມກັບ ແຜນການເງິນທີ່ຊັດເຈນ ເຊິ່ງຕ້ອງໄດ້ຮັບຄວາມເຫັນດີຈາກປະເທດອື່ນໆ.

ກ່ອນທີ່ຈະຖອນໂຕອອກຈາກຢູເນສໂກ, ສະຫະລັດອາເມຣິກາ ແມ່ນຜູ້ສະໜັບສະໜູນດ້ານການເງິນລາຍໃຫຍ່ໃຫ້ແກ່ອົງການຂອງສະຫະປະຊາຊາດແຫ່ງນີ້ ດ້ວຍການຈັດສັນງົບປະມານໃຫ້ 22% ຂອງງົບປະມານທັງໝົດຂອງຢູເນສໂກ ແຕ່ໄດ້ໂຈະການໃຫ້ເງິນທຶນໃນປີ 2011 ຫຼັງຈາກຢູເນສໂກຍອມຮັບປະເທດປາເລສຕາຍ ເປັນສະມາຊິກ.

ໃນປີ 2018 ລັດຖະບານປະທານາທິບໍດີ ໂດນັລ ທຣັມ ໄດ້ປະກາດຖອນສະຫະລັດອາເມຣິກາ ອອກຈາກການເປັນສະມາຊິກຂອງຢູເນສໂກ ໂດຍໃຫ້ເຫດຜົນວ່າ ຢູເນສໂກມີທັດສະນະຄະຕິຕໍ່ຕ້ານຢິວ.

ສຳລັບການເຂົ້າມາເປັນສະມາຊິກຮອບໃໝ່ນີ້ ປະທານາທິບໍດີ ໂຈ ໄປເດນ ໄດ້ຂໍງົບປະມານ 150 ລ້ານໂດລາສຳລັບງົບປະມານປີໜ້າ ເພື່ອໃຊ້ຄືນໃຫ້ແກ່ຢູເນສໂກ ທັ້ງນີ້ ໃນລະຫວ່າງປີ 2011-2018 ໃນຊ່ວງທີ່ຖອນໂຕອອກ ສະຫະລັດມີໜີ້ສະສົມປະມານ 619 ລ້ານໂດລາ.

ເຈົ້າໜ້າທີ່ສະຫະລັດອາເມຣິກາ ກ່າວໃນວັນຈັນວ່າ ການທີ່ສະຫະລັດບໍ່ໄດ້ເຂົ້າຮ່ວມກັບຢູເນສໂກ ໃນຊ່ວງເກືອບ 5 ປີທີ່ຜ່ານມາ ໄດ້ສ້າງຄວາມໄດ້ປຽບໃຫ້ແກ່ປະເທດຈີນໃນເວທີໂລກ ເຊິ່ງຮວມເຖິງການກຳນົດມາດຕະຖານສຳລັບເຕັກໂນໂລຊີປັນຍາປະດິດໃນອະນາຄົດອີກດ້ວຍ.

ຢ່າງໃດກໍຕາມ ບັນດາປະເທດສະມາຊິກຕ້ອງໄດ້ຕົກລົງເຫັນດີກ່ອນ ເຊິ່ງຄາດວ່າຈະມີກອງປະຊຸມຂຶ້ນໃນເດືອນກໍລະກົດ ເພື່ອທີ່ຈະຮອງຮັບເອົາສະຫະລັດອາເມຣິກາເຂົ້າມາເປັນສະມາຊິກອີກຄັ້ງ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...