Homeວົງການສື່ມວນຊົນລັດສ້າງໜ່ວຍງານກຸ່ມອາຊີບຮູບເງົາ ຫວັງຜັກດັນໃຫ້ເປັນສະຖາບັນໃນອານາຄົດ!

ລັດສ້າງໜ່ວຍງານກຸ່ມອາຊີບຮູບເງົາ ຫວັງຜັກດັນໃຫ້ເປັນສະຖາບັນໃນອານາຄົດ!

Published on

IMG_4335

 

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບກົມຮູບເງົາ ກະຊວງຖະແຫລງຂ່າວ ,ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສ້າງ

ໜ່ວຍງານກຸ່ມອາຊີບຮູບເງົາ ເພື່ອສ້າງໃຫ້ເກີດມີບຸກຄະລາກອນ ທີ່ສາມາດສ້າງສັນຜົນງານ ສື່ມວນຊົນລາວໃຫ້ໄດ້ຮັບ

ປະລິມານ ແລະ ຄຸນນະພາບ ກາຍເປັນອາວຸດທີ່ແຫລມຄົມ ເພື່ອເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດໃນການ

ພັດທະນາສ້າງສາປະເທດຊາດ ແລະ ສ້າງໃຫ້ວຽກງານວິຊາຊີບຮູບເງົາເປັນທີ່ໜ້າສົນໃຈໃນສັງຄົມ.

 

ທ່ານ ອະນຸສອນ ສິຣິສັກດາ ປະທານບໍລິສັດລາວອາດມີເດຍ ທັງເປັນຮອງປະທານສະມາຄົມພາບ-ສຽງ ໃຫ້ຮູ້ວ່າ: ການ

ສ້າງໜ່ວຍງານກຸ່ມອາຊີບຮູບເງົາ ເພື່ອເຕົ້າໂຮມປຸກລະດົມກ້ອນກຳລັງຊາວໜຸ່ມ, ນັກຮຽນ, ນັກສຶກສາໃຫ້ມາສົນໃຈ

ວຽກງານສິລະປະຮູບເງົາ ແລະ ສື່ບັນເທິງຫລາຍຂຶ້ນ, ສ້າງໃຫ້ວຽກງານຮູບເງົາ ກາຍເປັນສູນລວມຂອງວິຊາຊີບສື່ບັນ

ເທິງ ແລະ ສິລະປະວັນນະຄະດີ ກາຍເປັນຈຸດເລີ່ມຕົ້ນທາງວິຊາການ ເພື່ອສະໜອງບຸກຄະລາກອນໃຫ້ແກ່ໜ່ວຍງານ

ອື່ນ, ເຊິ່ງໜ່ວຍງານດັ່ງກ່າວ ຈະສ້າງຕັ້ງສະໂມສອນສານຝັນໃຫ້ເປັນຈຸດເລີ່ມຕົ້ນຂອງຄວາມສົນໃຈໃນວິຊາຊີບຮູບ

ເງົາ ໃນຮູບແບບເຄືອຂ່າຍທີ່ເຊື່ອມໂຍງກັນ ນັບແຕ່ສູນກາງເຖິງທ້ອງຖິ່ນ, ສ້າງຫລັກສູດເພື່ອເປັນແບບຮຽນເພື່ອ

ໃຫ້ເກີດມີຄະນະ ຫລື ພາກວິຊາຮູບເງົາໃນສະຖາບັນການສຶກສາໃດໜຶ່ງ, ສ້າງສື່ການຮຽນ-ການສອນທາງໄກ ແລະ

ສ້າງແຫລ່ງສຶກສາຮຽນຮູ້ ໃນການຜະລິດຕົວຈິງ ຜ່ານການຖ່າຍທຳວິດີ ໂອ, ສາລະຄະດີ, ລະຄອນ, ຮູບເງົາ, ລາຍການ

ວິທະຍຸ ແລະ ໂທລະພາບ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...