Homeຂ່າວພາຍ​ໃນໄພພິບັດສ້າງຄວາມເສຍຫາຍຫຼາຍກວ່າ 40 ຕື້ໃຫ້ແກ່ແຂວງຄຳມ່ວນ

ໄພພິບັດສ້າງຄວາມເສຍຫາຍຫຼາຍກວ່າ 40 ຕື້ໃຫ້ແກ່ແຂວງຄຳມ່ວນ

Published on

ແຂວງຄຳມ່ວນ ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງໄພພິບັດ ປີ 2022 ແລະ ວາງແຜນຕອບໂຕ້ໄພພິບັດໃນປີ 2023.

ໃນວັນທີ 9 ມິຖຸນາ ໃນກອງປະຊຸມ ທ່ານ ລຳເງິນ ເພັດພູທອນ ຫົວໜ້າກອງເລຂາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ກ່າວວ່າ: ໃນ 1 ປີ ຜ່ານມາ ມີເຫດການໄພພິບັດທີ່ເກີດຂຶ້ນໃນແຂວງຄຳມ່ວນເຊັ່ນ: ລົມພາຍຸ, ໄຟໄໝ້, ດິນເຈື່ອນ, ສັດຕູພືດລະບາດ, ນ້ຳຖ້ວມ ແລະ ພະຍາດລະບາດ. ໃນນັ້ນ, ມີລົມພາຍຸສ້າງຄວາມເສຍຫາຍແກ່ໂຮງຮຽນ ຈຳນວນ 13 ຫຼັງ, ໄຟໄໝ້ເຮືອນ 24 ຫຼັງ, ນໍ້າຖ້ວມເສັ້ນທາງເປ່ເພ 9 ເສັ້ນ, ຕະຝັ່ງເຈື່ອນຕາມສາຍນ້ຳຂອງ ແລະ ສາຍນ້ຳເຊບັ້ງໄຟ 3 ຈຸດ, ການຜະລິດເຂົ້ານາປີຕາມແຜນການເນື້ອທີ່ຜະລິດເຂົ້າທັງໝົດ 90,236 ເຮັກຕາ, ຄາດຄະເນສະມັດຕະພາບ 3,69 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 333.127 ໂຕນ, ເຊິ່ງສາມາດປັກດຳໄດ້ຈຳນວນ 87,557 ເຮັກຕາ, ເທົ່າກັບ 97,03 % ແລະ ບໍ່ສາມາດປັກດຳນາໄດ້ຕາມແຜນການທີ່ວາງໄວ້ ຈາກເຫດພາຍຸ ມູລາມ (Mulam), ພາຍຸມາອອນ (Ma-on), ພາຍຸໃຕ້ຝຸ່ນໂນຣຸ (Noru) ບວກກັບຜົນເສຍຫາຍໃນປີ 2021 ທີ່ຍັງບໍ່ທັນໄດ້ຮັບການຟື້ນຟູຢ່າງເຕັມສ່ວນ ຈິ່ງກໍ່ຜົນເສຍຫາຍ, ສົ່ງຜົນກະທົບໃຫ້ແກ່ທາງດ້ານສັງຄົມ, ການຜະລິດ, ການຟື້ນຟູໂຄງລ່າງ ລວມມູນຄ່າເສຍຫາຍ 46,8 ຕື້ກວ່າກີບ.

ຕໍ່ກັບຜົນກະທົບຜ່ານມານັ້ນ ຫຼາຍພາກສ່ວນຕ່າງໆ ພ້ອມກັນແກ້ໄຂສຸກເສີນ ໂດຍສະເພາະແມ່ນການຕິດຕາມສະພາບອາກາດໃນແຕ່ລະວັນ ໄດ້ແຈ້ງໃຫ້ບັນດາເມືອງ, ພະແນກການ, ກະຈາຍອອກສື່ຕາມຊ່ອງທາງຕ່າງໆໃນແຕ່ລະວັນ ເພື່ອໃຫ້ທຸກພາກສ່ວນ, ປະຊາຊົນ ໄດ້ຮັບຮູ້ ກຽມພ້ອມຮັບມືທຸກສະຖານະການ, ຊຸກຍູ້ການສ້າງຕັ້ງກອງທຶນໄພພິບັດໄດ້ 4 ເມືອງ.

ສຳເລັດການສ້ອມແປງເສັ້ນທາງແຕ່ບ້ານແສນພັນຫາຫ້ວຍທ່າໂຈ້ນ, ບ້ານກະຈາມໃຫຍ່ ແລະ ກໍ່ສ້າງຕະຝັ່ງເຈື່ອນ 3 ຈຸດຄື: ເຂດບ້ານເລົ່າໂພຄຳ ເມືອງທ່າແຂກ, ແຄມນ້ຳຂອງບ້ານຫີນບູນໃຕ້ ເມືອງຫີນບູນ, ແຄມນ້ຳເຊ ບ້ານດ່ານປາກເຊ ເມືອງໜອງບົກ, ສ້ອມແປງລະບົບຊົນ ລະປະທານ 229 ໂຄງການ, ນຳໃຊ້ໄດ້ 191 ໂຄງການ, ຊຸກຍູ້ຊ່ວຍເຫຼືອເປັນວັດຖຸອຸປະກອນໃນການສ້າງໂຮງຮຽນເຊັ່ນ: ສັງກະສີ, ເຫຼັກຕະປູ, ຄຸຍັງຊີບ, ຖັງດຳໃສ່ນ້ຳ ໃຫ້ໂຮງຮຽນ 13 ຫຼັງ ໃນ 5 ເມືອງ, ຊ່ວຍເຫຼືອຜູ້ປະສົບໄຟໄໝ້ 16 ຄອບຄົວ.

ແຫຼ່ງຂ່າວ ຂ່າວສານຄຳມ່ວນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...