Homeຂ່າວພາຍ​ໃນຍຶດລົດເກັງ Lexus ສວມປ້າຍທະບຽນປອມ

ຍຶດລົດເກັງ Lexus ສວມປ້າຍທະບຽນປອມ

Published on

ໃນວັນທີ 11 ມິຖຸນາ 2023 ຜ່ານມານີ້ ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ປະຈໍາຈຸດປະສານງານຫຼັກ 15 ສົມທົບກັບເຈົ້າໜ້າພາສີຂະແໜງ ກວດກາ ແລະ ສືບສວນ-ສອບສວນ (ກສສ) ໄດ້ອອກເຄື່ອນໄຫວຕິດຕາມ-ກວດກາ ຕາມແຫຼ່ງຂ່າວຜົນລະເມືອງດີລາຍງານວ່າ: ມີລົດເກັງ 1 ຄັນ, ຍີ່ຫໍ້ Lexus ສີປອນໝາຍເລກທະບຽນ ຈຂ 3636 ກໍາແພງນະຄອນ, ເປັນລົດສວມປ້າຍທະບຽນປອມ, ແລ່ນຕາມເສັ້ນທາງເຂດສີໄຄ ຫາສະໝາມບິນວັດໄຕ.

ດັ່ງນັ້ນ, ເຈົ້າໜ້າທີ່ພາສີ ຈຶ່ງໄດ້ເຄື່ອນໄຫວຕິດຕາມພົບເຫັນເປົ້າໝາຍ ແລະ ປະສານສົມທົບກັບເຈົ້າໜ້າຕໍາຫຼວດຈາລະຈອນ ເພື່ອສະກັດກວດກາ-ຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດສວມປ້າຍທະບຽນປອມ ບໍ່ມີໃນກົງໂຕນຂອງລະບົບ ຍທຂ, ເຈົ້າໜ້າພາສີ ຈຶ່ງໄດ້ນຳລົດຄັນດັ່ງກ່າວເຂົ້າມາຮັກສາໄວ້ທີ່ພະແນກສືບ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ທີ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອດຳເນີນການຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.

ແຫຼ່ງຂ່າວ ກະຊວງການເງິນ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...