Homeຂ່າວພາຍ​ໃນທຳລາຍສັດປ່າຄຸ້ມຄອງ ແລະ ສັດສະຫງວນທີ່ຍຶດມາໄດ້ຕາມທ້ອງຕະຫຼາດ

ທຳລາຍສັດປ່າຄຸ້ມຄອງ ແລະ ສັດສະຫງວນທີ່ຍຶດມາໄດ້ຕາມທ້ອງຕະຫຼາດ

Published on

ໃນວັນທີ 9 ມິຖຸນາ 2023 ທີ່ຜາກະຕ່າຍ ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຈັດພິທີທຳລາຍສັດປ່າທີ່ຍຶດມາໄດ້ຕາມທ້ອງຕະຫຼາດ ໃຫ້ກຽດເປັນປະທານໂດຍທ່ານ ຄູນສີ ແສງດາລາ ຮອງເລຂາພັກເມືອງໆຍົມມະລາດ ເຊີ່ງມີທ່ານ ບຸນທະໄຫວ ໂດໄລສານ ຮອງເຈົ້າເມືອງໆຍົມມະລາດ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ເຊິ່ງໃນວັນທີ 7 ມິຖຸນາ 2023 ໜ່ວຍງານກວດກາປ່າໄມ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງກວດກາ ຕະຫຼາດບ້ານໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄຳມ່ວນ ຜົນການກວດກາໄດ້ພົບເຫັນການລັກລອບຊື້-ຂາຍສັດປ່າຄຸ້ມຄອງ ແລະ ສັດສະຫງວນທີ່ຜິດຕໍ່ລະບຽບກົດໝາຍສັດນ້ຳ-ສັດປ່າ ຈຳນວນ 13 ໂຕ ມີນ້ຳໜັກລວມທັງໝົດ 9,5 ກິໂລກຼາມ ແລະ ຊີ້ນສ່ວນໂຕແລນ 1,5 ກິໂລ ໃນນັ້ນມີສັດປ່າທີ່ຍັງເປັນຈຳນວນ 3 ໂຕ ນ້ຳໜັກລວມ 5,5 ກິໂລຄື: ກວດພົບ ແລນ (ຍັງເປັນ), ກະຮອກ (ຕາຍ) ຈຳນວນ 7 ໂຕ ນ້ຳໜັກ 2 ກິໂລ, ແລະ ກະແຕ (ຕາຍ) ຈຳນວນ 0,5 ກິໂລ ສ່ວນເຈົ້າຂອງສັດປ່າແມ່ນໄດ້ແລ່ນລົບໜີໄປ ຫຼັງຈາກນັ້ນທາງທີມງານເຈົ້າໜ້າທີ່ກວດກາປ່າໄມ້ ກໍໄດ້ເຮັດບົດບັນທຶກອາຍັດໄວ້ ແລະ ນຳມາເກັບຮັກສາໃວ້ທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ. ຫຼັງຈາກນັ້ນໃນວັນທີ່ 9 ມິຖຸນາ 2023 ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ຈັດພິທີທຳລາຍ ແລະ ປ່ອຍຄືນສູ່ທຳມະຊາດໂດຍໄດ້ເຊີນບັນດາຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ ຊີ້ນສ່ວນສັດທີ່ຕາຍແລ້ວແມ່ນໄດ້ນຳມາທຳລາຍດ້ວຍວິທີການຝັງດິນ ສ່ວນແລນທີ່ຍັງເປັນນັ້ນແມ່ນໄດ້ນຳເອົາໄປປ່ອຍຄືນສູ່ທຳມະຊາດ.

ແຫຼ່ງຂ່າວ ຫ້ອງການ ຖວທ ເມືອງຍົມມະລາດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...