Homeຂ່າວຕ່າງປະເທດລຸງອາເມຣິກັນໃຈພະ! ຊະນະກາສິໂນ ໄດ້ເງິນ 14,2 ລ້ານໂດລາ ແຕ່ບໍລິຈາກທັງໝົດ!

ລຸງອາເມຣິກັນໃຈພະ! ຊະນະກາສິໂນ ໄດ້ເງິນ 14,2 ລ້ານໂດລາ ແຕ່ບໍລິຈາກທັງໝົດ!

Published on

B3vre-5CcAA6SVa

 

ຊາຍຊາວລາສເວກັສ ເຂົ້າກາສິໂນຄັ້ງທຳອິດ ພົບແຈ໊ກພັອດແຕກ ຫອບເງິນ 14,2 ລ້ານໂດລາ ແຕ່ໃຈບຸນໃຈກວ້າງ

ດັ່ງມະຫາສະໝຸດ ມອບເງິນທັງໝົດໃຫ້ມູນນິທິ ແລະ ສ້າງໂບດ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 1 ທັນວານີ້ວ່າ ລຸງອາເມຣິກັນທ່ານໜຶ່ງ ເຊິ່ງບໍ່ປະສົງອອກນາມ ໄດ້ຮັບ

ເງິນລາງວັນກ້ອນຍັກດັ່ງກ່າວ ຫລັງຈາກລາວຈົກເອົາເງິນພຽງ 5 ໂດລາ ໄປຢອດຫລິ້ນເກມຕູ້ສະລ໊ອດ Megabucks

ແລະ ນັ່ງໝູນຢູ່ບໍ່ເຖິງ 5 ນາທີ ກໍເຮັດແຈ໊ກພັອດແຕກ ຮັບເງິນລາງວັນໄປຄອງເຖິງ 14,282,544.21 ໂດລາ.

 

ເຖິງແມ່ນວ່າໂຊກຈະຫລົ່ນທັບກ້ອນມະຫາສານ ແຕ່ລຸງຄົນນີ້ກັບບໍ່ເອົາເງິນໄວ້ພຽງແຕ່ໂດລາດຽວ ໂດຍລຸງໄດ້ມອບ

ໃຫ້ມູນນິທິເພື່ອການກຸສົນ ແລະ ສ້າງໂບດໃກ້ໆເຮືອນຂອງລຸງ ເພື່ອນຳເອົາໄປສ້າງໂບດໃໝ່ ແບບພໍ່ພະໃຈມະຫາກຸ

ສົນໂດຍແທ້ຈິງ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...