Homeຂ່າວຕ່າງປະເທດຕຳຫລວດເຟີກູສັນ ມືຍິງໜຸ່ມອາເມຣິກັນຜິວດຳ ລາອອກແລ້ວ

ຕຳຫລວດເຟີກູສັນ ມືຍິງໜຸ່ມອາເມຣິກັນຜິວດຳ ລາອອກແລ້ວ

Published on

Darren-Wilson1-1

 

ຕຳຫລວດອາເມຣິກັນ ຜູ້ລົງມືຍິງ ໄມເຄິນ ບຣາວ ໜຸ່ມຜິວດຳ ຍື່ນໜັງສືລາອອກຈາກການເປັນຕຳຫລວດແລ້ວ

ໂດຍທະນາຍຄວາມຂອງເຂົາຖະແຫລງວ່າ ສະຖານີຕຳຫລວດເມືອງເຟີກູສັນ ໄດ້ຮັບຄຳຂູ່ອາດຖືກກໍ່ເຫດຮຸນແຮງ

ຫາກເຂົາຍັງຄົງປະຕິບັດໜ້າທີ່ຢູ່.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 1 ທັນວານີ້ວ່າ ທ່ານ ດາເຣນ ວິນສັນ ນາຍຕຳຫລວດອາເມຣິກັນ ເຊິ່ງ

ເປັນຜູ້ລົງມືລັ່ນໄກປືນຍິງ ໄມເຄິນ ບຣາວ ໜຸ່ມອາເມຣິກັນຜິວດຳ ອາຍຸ 18 ປີ ເສຍຊີວິດໃນເມືອງເຟີກູສັນ ລັດ

ມິດຊູຣີ ປະເທດສະຫະລັດອາເມຮິກາ ໄດ້ຍື່ນໜັງສືລາອອກຈາກການເປັນຕຳຫລວດແລ້ວ ຫລັງຈາກທີ່ຄະນະລູກ

ຂຸນໃຫຍ່ ສານເຂດເຊັນຫລຸຍ ຫາກໍໄດ້ຕັດສິນບໍ່ສັ່ງຟ້ອງທ່ານ ວິນສັນ ເມື່ອວັນທີ 25 ພະຈິກຜ່ານມາ ເປັນເຫດ

ໃຫ້ຊາວອາເມຣິກັນໃນເມືອງເຟີກູສັນ ແລະ ລວມທັງອີກກ່ວາ 170 ເມືອງໃນທົ່ວປະເທດ ລຸກຮືຂຶ້ນອອກມາປະ

ທ້ວງຄຳຕັດສິນຂອງຄະນະລູກຂຸນ ດ້ວຍຄວາມຄຽດແຄ້ນ ແລະ ຜິດຫວັງ.

 

NjpUs24nCQKx5e1DGoA7eGjpXz3hLyiGtfFM7pDNIV7
ປະຊາຊົນຊາວອາເມຣິກັນ ອອກມາປະທ້ວງຢູ່ຕໍ່ໜ້າສຳນັກງານຕຳຫລວດເມືອງເຟີກູສັນ

 

ທ່ານ ນິນ ບຣູນເທຣເກີ ທະນາຍຄວາມຂອງທ່ານ ວິນສັນ ໄດ້ເປີດເຜີຍວ່າ ນາຍຕຳຫລວດ ວິນສັນ ໄດ້ຕັດສິນໃຈ

ລາອອກຈາກການເປັນຕຳຫລວດ ຫລັງຈາກທີ່ສຳນັກງານຕຳຫລວດເມືອງເຟີກູສັນ ໄດ້ຮັບຄຳຂູ່ວ່າຈະຖືກກໍ່ເຫດ

ຮຸນແຮງຫລາຍຄັ້ງ ຖ້າຫາກທ່ານ ວິນສັນ ຍັງຄົງເປັນຕຳຫລວດຢູ່ທີ່ນີ້.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...