spot_img
Home​ຂ່າວທ່ອງທ່ຽວສປປ ລາວ ຖືກຈັດອັນດັບ1ໃນ 18 ສະຖານທີ່ທ່ອງທ່ຽວ ທີ່ໜ້າຕື່ນຕາຕື່ນໃຈທີ່ສຸດຂອງອາຊີ

ສປປ ລາວ ຖືກຈັດອັນດັບ1ໃນ 18 ສະຖານທີ່ທ່ອງທ່ຽວ ທີ່ໜ້າຕື່ນຕາຕື່ນໃຈທີ່ສຸດຂອງອາຊີ

Published on

ໂອກາດເຂົ້າຮ່ວມກອງປະຊຸມ ວັນທ່ອງທ່ຽວພູເຂົາສາກົນ ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 29 ພຶດສະພາ 2023, ທີ່ໂຮງແຮມແລນມາກ ທ່ານອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ສໍາລັບປີ 2023 ນີ້ ສປປ ລາວ ແມ່ນຢູ່ໃນໄລຍະທີ່ສອງ (ໄລຍະກາງ) ຂອງການຟື້ນຟູການທ່ອງທ່ຽວຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຫັນໄດ້ຈາກຕົວເລກນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວໃນ ສປປ ລາວ ໃນປີ 2022 ມີຈໍານວນທັງໝົດ 1.294.365 ເທື່ອຄົນ, ສ້າງລາຍຮັບ ປະມານ 264 ລ້ານໂດລາສະຫະລັດ. ສໍາລັບ 4 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວສາກົນ ເຂົ້າມາທ່ອງທ່ຽວລາວຈໍານວນ 1.114.950 ຄົນ ເພີ່ມຂຶ້ນຈາກໄລຍະດຽວກັນຂອງ ປີ 2022 ເຖິງ 204% ເຊິ່ງເຫັນໄດ້ຢ່າງຈະແຈ້ງວ່າ ສະພາບການທ່ອງທ່ຽວຂອງ ສປປ ລາວ ກໍຄືຂອງບັນດາປະເທດຕ່າງໆ ພວມໄດ້ຮັບການຟື້ນຟູໃນຈັງຫວະທີ່ດີຂືຶ້ນ.

ທ່ານອຸ່ນທວງ ຂາວພັນ ໄດ້ຍົກໃຫ້ເຫັນວ່າ: ການຈັດກອງປະຊຸມເນື່ອງໃນໂອກາດ “ວັນທ່ອງທ່ຽວພູເຂົາສາກົນ”ຄັ້ງທີ 5 ນີ້ ຈະເປັນຂີດໝາຍສໍາຄັນທາງປະຫວັດສາດໃຫ້ແກ່ຂະແໜງການທ່ອງທ່ຽວຂອງ ສປປ ລາວ ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວໃນເຂດທໍາມະຊາດ ເຊິ່ງເປັນກິດຈະກໍາທີ່ນັກທ່ອງທ່ຽວທັງພາຍໃນ, ພາກພື້ນ ແລະ ສາກົນ ກໍາລັງໃຫ້ຄວາມນິຍົມຊົມຊອບ ໃນໄລຍະຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19. ການສົ່ງເສີມການທ່ອງທ່ຽວພູເຂົາ ຈະປະກອບສ່ວນສໍາຄັນໃນການສ້າງແຮງງານ ແລະ ສ້າງອາຊີບທີ່ໝັ້ນຄົງໃຫ້ແກ່ທ້ອງຖິ່ນ ປະກອບສ່ວນເຂົ້າໃນການພັດທະນາການທ່ອງທ່ຽວແບບຍືນຍົງ. ເນື່ອງຈາກວ່າກິດຈະກໍາການທ່ອງທ່ຽວປະເພດນີ້ ແມ່ນມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ ເປັນຕົ້ນ: ກິດຈະກໍາຍ່າງປ່າ, ທ່ຽວຊົມສັດປ່າ, ຊົມທິວທັດທໍາມະຊາດ, ນອນກາງເຕັ້ນ, ຮຽນຮູ້ກ່ຽວກັບພືດພັນນາໆຊະນິດ ແລະ ແລກປ່ຽນວັດທະນະທໍາວິຖີການດໍາລົງຊີວິດ ກັບປະຊາຊົນທ້ອງຖິ່ນ ແລະ ອື່ນໆ. ລາຍຮັບຈາກກິດຈະກໍາດັ່ງກ່າວ ຍັງປະກອບສ່ວນເຂົ້າໃນການປົກປັກຮັກສາສັດປ່າໄມ້ ແລະ ການອະນຸລັກສັດປ່າທີ່ໃກ້ຈະສູນພັນ.

ສໍາລັບ ສປປ ລາວ ໄດ້ຖືກສໍານັກຂ່າວ CNN ຈັດອັນດັບ ໜຶ່ງໃນ 18 ສະຖານທີ່ທ່ອງທ່ຽວ ທີ່ ໜ້າຕື່ນຕາຕື່ນໃຈທີ່ສຸດຂອງອາຊີ ເປັນຕົ້ນແມ່ນ ພູສະເຫຼົ້າ ນະຄອນປາກເຊ ແຂວງຈໍາປາສັກ. ຈາກຜົນຂອງກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ແລກປ່ຽນຖອດຖອນບົດຮຽນປະສົບການ ໃນການພັດທະນາການທ່ອງທ່ຽວເຂດພູເຂົາ ແລະ ນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ.

ກິດຈະກໍາການທ່ອງທ່ຽວຢູ່ພູຜາມ່ານ “The Rock View Point” ໃນເຂດປ່າສະຫງວນແຫ່ງຊາດພູຫີນປູນ, ເມືອງຄູນຄໍາ ແຂວງຄໍາມ່ວນ ໃຫ້ປະສົບການແກ່ນັກທ່ອງທ່ຽວ ໄດ້ເຂົ້າໄປທ່ຽວຊົມຄວາມສວຍງາມທາງທໍາມະຊາດໃນເຂດພູຫີນປູນ, ສໍາພັດກັບກິດຈະກໍາພະຈົນໄພທີ່ໜ້າຕື່ນເຕັ້ນ ເຊັ່ນ: ຂີ່ສະລິງ, ໄຕ່ຂົວອຸ່, ໄຕ່ຂົວໄຍແມງມູມ, ທ່ຽວຊົມຄວາມສວຍງາມຢູ່ຈຸດສູງສຸດຂອງພູຫີນໜາມໜໍ່ ແລະ ທ່ຽວຊົມສັດປ່ານາໆຊະນິດ ເປັນຕົ້ນແມ່ນນົກຫົວໂຫຼ້ນ ທີ່ໃກ້ຈະສູນພັນ ແລະ ອື່ນໆ, ນອກຈາກນີ້ ຍັງມີເຂດພູສູງອີກຫຼາຍແຫ່ງທີ່ສວຍງາມ ສາມາດແນມເຫັນເປັນບໍລິເວນກ້ວາງ ເຊັ່ນ: ຜາເງິນ ແລະ ຜາໜາມໄຊ ເມືອງວັງວຽງ; ຈຸດຊົມວິວພູຜາແດງ ເມືອງງອຍ ແຂວງຫຼວງພະບາງ; ພູເບ້ຍ ແລະ ພູຫົວຊ້າງ ແຂວງໄຊສົມບູນ ແລະ ອື່ນໆ.

ການສໍາມະນາໃນຄັ້ງນີ້ ຈະເຮັດໃຫ້ຜູ້ເຂົ້າຮ່ວມຈາກ ສປປ ລາວ ທັງພາກລັດ ແລະ ພາກທຸລະກິດ ເຫັນໄດ້ບົດຮຽນ ແລະ ຕົວແບບຂອງການພັດທະນາການທ່ອງທ່ຽວພູເຂົາ ຢູ່ປະເທດຕ່າງໆ ແລະ ຈະເປັນໂອກາດໃນການສ້າງເຄືອຂ່າຍ ສໍາລັບນັກພັດທະນາໃນຂົງເຂດດັ່ງກ່າວນີ້ ໃຫ້ມີການປະສານງານຮ່ວມມືກັນໃນຕໍ່ໜ້າ.

ການນໍາມະນາໃນຄັ້ງນີ້ ຈະເປັນການຊ່ວຍໂຄສະນາເຜີຍແຜ່ການທ່ອງທ່ຽວຂອງ ສປປ ລາວ ເປັນຕົ້ນແມ່ນການທ່ອງທ່ຽວພູເຂົາ ໃຫ້ແກ່ນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ໄດ້ຮັບຮູ້ຈຸດໝາຍປາຍທາງການທ່ອງທ່ຽວຂອງລາວຫຼາຍຂື້ນ.

ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ກ່າວວ່າ: ສິ່ງທ້າທາຍສໍາລັບ ສປປ ລາວ ດ້ານການທ່ອງທ່ຽວແມ່ນ ຄວາມຮູ້ທາງດ້ານວິຊາການ ກ່ຽວກັບການພັດທະນາການທ່ອງທ່ຽວ ເຂດພູເຂົາຍັງບໍ່ຫຼາກຫຼາຍ, ຄວາມເປັນເຈົ້າການໃນການມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນ ໃນການປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນ ເພື່ອເຮັດໃຫ້ນັກທ່ອງທ່ຽວໄດ້ເຫັນຄວາມຂຽວສົດງົດງາມຂອງປ່າໄມ້ ແລະ ຄວາມອຸດົມສົມບູນ ສັດປ່ານາໆຊະນິດ ແມ່ນຍັງຈໍາກັດ.

ແຫຼ່ງຂ່າວ lao national radio

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...