spot_img
Homeຂ່າວຕ່າງປະເທດໂຄຄາ-ໂຄລາ ວາງແຜນຂະຫຍາຍການລົງທຶນ 100 ລ້ານໂດລາ ໃນກຳປູເຈຍ

ໂຄຄາ-ໂຄລາ ວາງແຜນຂະຫຍາຍການລົງທຶນ 100 ລ້ານໂດລາ ໃນກຳປູເຈຍ

Published on

557000014249401

 

ບໍລິສັດໂຄຄາ-ໂຄລາ ວາງແຜນຂະຫຍາຍໂຮງງານຂອງບໍລິສັດໃນກຳປູເຈຍ ດ້ວຍທຶນ 100 ລ້ານໂດລາ ຫລັງຍອດຂາຍ

ຂະຫຍາຍຕົວຂຶ້ນເຖິງ 2 ເທົ່າ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 30 ພະຈິກນີ້ວ່າ ແຜນການລົງທຶນຂອງບໍລິສັດໂຄຄາ-ໂຄລາ ເປີດເຜີຍຂຶ້ນ

ໃນລະວຫ່າງການພົບປະຫາລືກັບ ນາຍົກລັດຖະມົນຕີຮຸນແຊນ ຂອງທ່ານ ມາຕິນ ເຈນເຊນ ຜູ້ອຳນວຍການພາກພື້ນ

ຂອງກຸ່ມບໍລິສັດ ບັອດລິງ ອິນເວສເມັນ ພາຍໃຕ້ບໍລິສັດໂຄຄາ-ໂຄລາ ຢູ່ທີ່ອາຄານສັນຕິພາບ ໃນນະຄອນຫລວງພະນົມ

ເປັນ ເມື່ອວັນທີ 27 ພະຈິກຜ່ານມາ ຕາມການລະບຸຂອງທ່ານ ອຽງ ສຸພັນເລດ ຜູ້ຊ່ວຍນາຍົກລັດຖະມົນຕີກຳປູເຈຍ.

 

ທ່ານ ເຈນເຊນ ໄດ້ແຈ້ງແກ່ຜູ້ນຳກຳປູເຈຍວ່າ ບໍລິສັດຂອງເຂົາມີຍອດຂາຍເພີ່ມຂຶ້ນ 2 ເທົ່າ ພາຍໃນໄລຍະເວລາ 5 ປີ

ທີ່ເຂົ້າມາດຳເນີນກິດຈະການຢູ່ໃນປະເທດກຳປູເຈຍ ແລະ ຕັ້ງແຕ່ປີ 2014-2018 ບໍລິສັດໂຄຄາ-ໂຄລາ ຈະເພີ່ມການລົງ

ທຶນອີກ 100 ລ້ານໂດລາ ເພື່ອຂະຫຍາຍໂຮງງານຈາກໃນປັດຈຸບັນ ທີ່ມີການຈ້າງພະນັກງານ 650 ຄົນ ໂດຍເປັນຄົນກຳ

ປູເຈຍເຖິງ 648 ຄົນ ເຊິ່ງຈະເພີ່ມຂຶ້ນອີກປະມານ 300 ຄົນຫລັງຈາກສຳເລັດ.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...