Homeຂ່າວພາຍ​ໃນເປີດຫ້ອງການຂາຍປີ້ລົດໄຟລາວ-ຈີນ ສະຖານີວຽງຈັນ ຢູ່ບ້ານຄຳສະຫວາດ ເມືອງໄຊເສດຖາ

ເປີດຫ້ອງການຂາຍປີ້ລົດໄຟລາວ-ຈີນ ສະຖານີວຽງຈັນ ຢູ່ບ້ານຄຳສະຫວາດ ເມືອງໄຊເສດຖາ

Published on

ໃນວັນທີ 22 ພຶດສະພາ ທີ່ຜ່ານມາ ລັດວິສາຫະກິດລົດໄຟແຫ່ງຊາດລາວ ໄດ້ເປີດຫ້ອງການບໍລິການ ຕົວແທນໃນການຂາຍປີ້ລົດໄຟລາວ-ຈີນ ສະຖານີວຽງຈັນ ຢູ່ບ້ານຄຳສະຫວາດ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ  ເພື່ອແກ້ໄຂບັນຫາການແອອັດ ອັ່ງອໍຂອງປະຊາຊົນຜູ້ທີ່ມາໃຊ້ບໍລິການຊື້ປີ້ລົດໄຟລາວ-ຈີນ ໃຫ້ໄດ້ຮັບຄວາມສະດວກສະບາຍ.

ທ່ານ ດາວຈິນດາ ສີຫາລາດ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດລົດໄຟແຫ່ງຊາດລາວ (ລລຟລ) ໄດ້ກ່າວວ່າ: ການເປີດຫ້ອງການຂາຍປີ້ລົດໄຟລາວ-ຈີນສະຖານີວຽງຈັນ (ຄຳສະຫວາດ) ນີ້ຈະຊ່ວຍໃນການແກ້ໄຂບັນຫາການແອອັດ, ອັ່ງອໍຂອງປະຊາຊົນຜູ້ທີ່ມາໃຊ້ບໍລິການຊື້ປີ້ລົດໄຟລາວ-ຈີນ ໃຫ້ໄດ້ຮັບຄວາມສະດວກສະບາຍ, ມີສະຖານທີ່ກວ້າງຂວາງ ແລະ ມີບ່ອນຈັດລົດພຽງພໍກັບລຸກຄ້າ.

ພ້ອມນັ້ນ, ກໍເປັນການຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ລັດວິສາຫະກິດລົດໄຟແຫ່ງຊາດລາວ, ເປັນການສະແດງອອກການຮ່ວມມືລະຫວ່າງ ລັດວິສາຫະກິດລົດໄຟແຫ່ງຊາດ ແລະ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ, ທັງເປັນການອຳນວຍຄວາມສະດວກ ແລະ ຊຸກຍູ້ສົ່ງເສີມດ້ານການທ່ອງທ່ຽວ ລວມເຖິງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ມີລາຍຮັບທີ່ໜັ້ນຄົງ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...