Homeຂ່າວພາຍ​ໃນກອງປະຊຸມກາງສະໄໝ ຄັ້ງທີ I ຂອງຄະນະພັກຮາກຖານ (ພບ) ແຂວງເຊກອງ

ກອງປະຊຸມກາງສະໄໝ ຄັ້ງທີ I ຂອງຄະນະພັກຮາກຖານ (ພບ) ແຂວງເຊກອງ

Published on

ກອງປະຊຸມກາງສະໄໝ ຄັ້ງທີ I ຂອງຄະນະພັກຮາກຖານ ພະແນກພະລັງງານແລະບໍ່ແຮ່ (ພບ) ແຂວງເຊກອງ ໄດ້ໄຂຂຶ້ນໃນວັນທີ 18 ພຶດສະພາ 2023 ແລະສໍາເລັດລົງໃນວັນດຽວກັນ ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ, ເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນ.ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ, ສະຫາຍ ສົມນິດ ສິລິບຸນລ້ຽງ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ຄະນະພັກຮາກຖານ ພບ ພ້ອມດ້ວຍສະມາຊິກພັກ, ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄໍາປະສົງ ທະນົງສິນ ຄະນະພັກຮາກຖານ ພບ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມກາງສະໄໝ ຂອງຄະນະພັກຮາກຖານ ຕະຫຼອດໄລຍະ 2 ປີເຄິ່ງຜ່ານມາ ແລະ ທິດທາງແຜນການ ວຽກງານຈຸດສຸມໃນຊຸມປີຕໍ່ຫນ້າ, ຊຶ່ງຄະນະພັກຮາກຖານ ພບ ໄດ້ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນເປັນກົກ ໂດຍຕິດພັນກັບການປັບປຸງ, ຂະຫຍາຍການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ ໃຫ້ເຂັ້ມແຂງ ແລະນໍາພາ-ຊີ້ນໍາວຽກງານວິຊາສະເພາະ ເປັນຕົ້ນ ການຂະຫຍາຍແຫຼ່ງຜະລິດພະລັງງານ ມີໂຄງການກໍ່ສ້າງເຂື່ອນໄຟຟ້າພາກເອກະຊົນພາຍໃນ ແລະ ຕ່າງປະເທດລົງທຶນທີ່ສຳເລັດ ແລະ ເປີດຜະລິດ-ຈຳໜ່າຍແລ້ວໃນ ປີ 2022 ມີ 3 ເຂື່ອນ(ສົມທຽບໃສ່ປີ 2020 ເພີ້ມຂຶ້ນ 1 ເຂື່ອນ)ຄື: ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່, ມີກໍາລັງຕິດຕັ້ງ 88 ເມກາວັດ(MW), ຜະລິດກະແສໄຟຟ້າແຕ່ປີ 2020-2022 ຜະລິດໄດ້ 1.195.464.030 ກິໂລວັດໂມງ(KWh) ເປັນເງິນ 674.915.709.264 ກີບ, ຄ່າພາກຫຼວງ 1% ເປັນເງິນ 6.749 157,093 ກີບ, ເຂື່ອນໄຟຟ້າເຊຂະໝານ3 ມີກຳລັງຕິດຕັ້ງ 250 MW, ເລີ່ມແລ່ນທົດລອງໄລຍະ 6 ເດືອນທ້າຍປີ 2022 ຜະລິດກະແສໄຟຟ້າໄດ້ 947.860.000 KWh ຈຳໜ່າຍຂາຍອອກໃຫ້ປະເທດ ສສ ຫວຽດນາມ ໄດ້ 52.113.450 ໂດລາ, ເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ມີກໍາລັງຕິດຕັ້ງ 15 MW, ເລີ່ມຜະລິດກະແສໄຟຟ້າໃນປີ 2021-2022 ຜະລິດໄດ້ 95.285.175 KWh ຍັງຢູ່ໃນຂັ້ນຕອນການເຈລະຈາຄ່າກະແສໄຟຟ້າ ກັບ ໄຟຟ້າລາວ; ໃນທົ່ວແຂວງ ມີ 4 ເມືອງ ໄດ້ນໍາໄຊ້ໄຟຟ້າຖາວອນ ເທົ່າກັບ 100%, ບ້ານມີທັງໝົດ 199 ບ້ານ ໄດ້ນຳໃຊ້ໄຟຟ້າຖາວອນ 162 ບ້ານ ເທົ່າກັບ 81,4%, ທຽບໃນປີ 2020 ເພີ່ມຂຶ້ນ 27 ບ້ານ ເທົ່າກັບ 12,41%, ຈໍານວນຫຼັງຄາເຮືອນທົ່ວແຂວງ ມີທັງໝົດ 21,461 ຫຼັງຄາເຮືອນ ໄດ້ຊົມໃຊ້ໄຟຟ້າທັງໝົດ 18,512 ຫຼັງຄາເຮືອນ, ທຽບໃສ່ແຜນພັດທະນາເສດຖະກິດ-ສັງຄົມຂອງຂະແໜງພະລັງງານ ແລະ ບໍ່ແຮ່ 5 ປີ(2020-2025) ສາມາດປະຕິບັດໄດ້ 86,24%.

ທ່ານ ຄໍາປະສົງ ທະນົງສິນ ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການໃນຊຸມປີຕໍ່ຫນ້າ ຈະສືບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ, ເອົາໃຈໃສ່ຢ່າງຕັ້ງໜ້າສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານໃນຂະແໜງການຕົນໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ປັບປຸງກໍ່ສ້າງ ແລະ ຂະຫນາຍການຈັດຕັ້ງພັກ, ປັບປຸງແບບແຜນການນໍາພາ-ວິທີເຮັດວຽກຂອງພະແນກ ແລະ ຂະແຫນງການໃຫ້ດີຂຶ້ນ, ສືບຕໍ່ຊຸກຍູ້ໂຄງການຂະຫຍາຍຕາຂ່າຍໄຟຟ້າອອກສູ່ຊົນນະບົດເຂດຫ່າງໄກສອກຫຼີກ ໃຫ້ປະຊາຊົນທົ່ວແຂວງໄດ້ນໍາໃຊ້ໄຟຟ້າຖາວອນ 90%ໃນປີ 2025, ຂະຫຍາຍໄຟເຍືອງທາງໃນເທສະບານແຂວງໃຫ້ມີປະສິດທິຜົນດີກວ່າເກົ່າ.

ທີ່ມາ: mediaLAOS

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...